ເຈົ້າແຂວງອຸດົມໄຊ ພົບປະໂອ້ລົມ ແລະ ຊີ້ນຳວຽກງານ ຢູ່ ພະແນກກະສິກຳ ແລະ ປ່າໄມ້

ຕອນເຊົ້າວັນທີ 9 ກັນຍາ 2021 ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ລົງພົບປະໂອ້ລົມ ແລະ ຊີ້ນຳວຽກງານ ຢູ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ເຊິ່ງມີຄະນະພະແນກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມຮັບຟັງ.

ໃນການພົບປະໂອ້ລົມ ທ່ານເຈົ້າແຂວງອຸດົມໄຊ ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກະສິກຳ ແລະ ປ່າໄມ້ ໃນໄລຍະ 8 ເດືອນຕົ້ນປີ 2021 ໂດຍຫຍໍ້ ຈາກ ທ່ານ ຄຳພອນ ມູນລະໄມ ຫົວໜ້າພະແນກກະສິກຳ ແລະ ປ່າມໄມ້ແຂວງ ບົດລາຍງານໄດ້ຍົກໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນຂອງວຽກງານກະສິກຳ ແລະ ປ່າໄມ້, ດ້ານດີ ຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ທິດທາງແຜນການ, ຈຸດສຸມທີ່ຈະຈັດຕັ້ງປະຕິບັດ ໃນ 4 ເດືອນທ້າຍປີ ແລະ ຂໍ້ສະເໜີບາງດ້ານເພື່ອຂໍທິດຊີ້ນຳ.

ໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ແລະ ແລກປ່ຽນບົດຮຽນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານເຄື່ອນໄຫວ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກກະສິກຳ ແລະ ປ່າໄມ້ ທີ່ສາມາດສູ້ຊົນຍາດໄດ້ຜົນສຳເລັດໃນໄລຍະຜ່ານມາ ຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນ ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່ ຍັງມີຫຼາຍດ້ານທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ເປັນຕົ້ນ ຕ້ອງເອົາໃຈໃສ່ປັບປຸງ, ແກ້ໄຂ ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບັນຫາທີ່ເກີດຂື້ນຢູ່ໃນຂະແໜງການກະສິກຳ ແລະປ່າໄມ້ ໂດຍສະເພາະ ແມ່ນການຄຸ້ມຄອງປ່າໄມ້, ການນຳໃຊ້ທີ່ດິນ, ການສົ່ງເສີມປະຊາຊົນທຳການຜະລິດດ້ວຍການນຳໃຊ້ເຕັກນິກທີ່ມີປະສິດທິພາບ, ພ້ອມນີ້ ທ່ານຍັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ແກ່ພະນັກງານ, ສະມາຊິກພັກ ຮັບຮູ້, ເຂົ້າໃຈ ແນວທາງນະໂຍບາຍຂອງພັກ, ລະບຽກົດໝາຍລັດ, ນິຕິກຳທີ່ກ່ຽວຂ້ອງກັບວຽກງານ, ພາລະ, ບົດບາດ, ສິດ ແລະໜ້າທີ່ ແກ່ພະນັກງານໃຫ້ມີຄວາມໜັກແໜ້ນ, ມີຄວາມຕັດສິນໃຈໃນການປະຕິບັດໜ້າທີ່ວຽກງານ, ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ປະຕິບັດວຽກງານວິຊາສະເພາະ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ, ສົ່ງເສີມການປູກ-ການລ້ຽງ ເພື່ອສະໜອງສະບຽງອາຫານໃຫ້ແກ່ທ້ອງຕະຫຼາດພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ດ້ວຍການຊຸກຍູ້ຜູ້ປະກອບການ ເພື່ອລົງທຶນ ຕິດພັນກບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປັບປຸງສູນບໍລິການເຕັກນິກກະສິກຳ ໃຫ້ກາຍເປັນສູນທີ່ມີປະສິດທິພາບ, ເອົາໃຈໃສ່ຄຸ້ມຄອງປ່າໄມ້ ແລະດິນກະສິກຳ ດ້ວຍຄວາມຮັບຜິດຊອບສູງ ສ້າງນິຕິກຳເຂົ້າສູ່ການຄຸ້ມຄອງໃຫ້ເປັນລະບົບ ແລະ ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ, ທົບທວນຄືນກ່ຽວກັບມາດຕະຖານບ້ານພົ້ນທຸກໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ, ການຫັນເອົາພະນັກງານລົງຊ່ວຍວຽກຢູ່ຂັ້ນເມືອງຕາມທິດສາມສ້າງ, ປັບປຸງແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ທຸກຄົນຈະຕ້ອງພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.