ບໍລິສັດ 705 ມອບເງິນ ໃຫ້ຄະນະສະເພາະກິດ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19 ຂັ້ນແຂວງ ຈໍານວນ 10 ລ້ານກີບ

  ພາຍຫລັງທີ່ ການລະບາດຂອງເຊື້ອພະຍາດ ໂຄວິດ – 19 ຢູ່ພາຍໃນແຂວງອຸດົມໄຊ ມີການຂະ ຫຍາຍຕົວ ແລະ ເພີ່ມຈຳນວນຂຶ້ນເລື້ອຍໆ. ແຂວງອຸດົມໄຊ ຈຶ່ງອອກແຈ້ງການ ກ່ຽວກັບການລະ ດົມທຶນ ທັງວັດຖຸ, ເງິນ ແລະ ເຄື່ອງອຸປະໂພກ – ບໍໍລິໂພກ ໃນວັນທີ 3 ພະຈິກ 2021 ນີ້ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດດັ່ງກ່າວ. ດັ່ງນັ້ນ ຈຶ່ງມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໄດ້ນໍາເອົາວັດຖຸ,ປັດໃຈ ແລະ ເຄື່ອງອຸປະໂພກ – ບໍລິໂພກ ມາມອບໃຫ້ແຂວງອຸດົມໄຊ ເວົ້າລວມ,ເວົ້າສະເພາະກໍຄື: ບໍລິສັດ 705 ໄດ້ນໍາເອົາເງິນຈຳນວນ 10 ລ້ານກີບ ມາມອບໃຫ້ ຄະນະສະເພາະກິດ ຂັ້ນແຂວງ ເຊັນດຽວກັນ. ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງວ່າການແຂວງອຸດົມໄຊ.

  ຕາງຫນ້າ ບໍລິສັດ 705 ມອບໂດຍ ທ່ານ ເຝືອງ ພ້ອມດ້ວຍວິຊາການ ແລະ ຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.   ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງ ບໍລິສັດ 705 ທີ່ເຫັນໄດ້ຄວາມສຳຄັນ ຕໍ່ກັບວຽກງານ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອພະຍາດໂຄວິດ -19 ພາຍໃນແຂວງອຸດົມໄຊ  ດ້ວຍການມອບເງິນຊ່ວຍເຫຼືອ ຈຳນວນ 10 ລ້ານກີບ ເງິນຈຳນວນດັ່ງກ່າວ ທາງຄະນະສະເພາະກິດຂັ້ນແຂວງ ຈະນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19 ໃຫ້ເກີດປະໂຫຍດສູງສຸດ. ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອ ໃນໂອກາດຫນ້າຕື່ມອີກ.