ຮອງປະທານປະເທດ ແຫ່ງ ສປປລາວ ຕິດຕາມ ຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ

ຕອນບ່າຍ ວັນທີ 9 ກັນຍາ 2022 ນີ້ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານ ປະເທດ ແຫ່ງສປປລາວ ພ້ອມດ້ວຍການນຳຂັ້ນສູນກາງ ໄດ້ລົງເຄື່ອນໄຫວ ຕິດຕາມ ຜົນກະທົບ ຈາກໄພນ້ຳຖ້ວມ ໃນຄັ້ງວັນທີ 26 ສິງ ຫາ ຜ່ານມາ ທີ່ເມືອງນາຫມໍ້ ແຂວງອຸດົມໄຊ ເຊິ່ງມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ,ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງ ເມືອງນາຫມໍ້ ພ້ອມດ້ວຍ ການນຳແຂວງ,ເມືອງ ແລະ ພະນັກງານພາຍໃນເມືອງນາຫມໍ້ ໃຫ້ການຕ້ອນຮັບ.

  ໃນນີ້ ໄດ້ຮັບຟັງ ການລາຍງານສະພາບລວມ ກ່ຽວກັບຜົນກະທົບ ຈາກໄພນ້ຳຖ້ວມ ຂອງເມືອງນາຫມໍ້ ເຊິ່ງມີທັງຫມົດ 21 ບ້ານ,538 ຫລັງຄາເຮືອນ, ໃນຈຳນວນດັ່ງກ່າວ ມີເຮືອນທີ່ຖືກນໍ້າຊຸໄຫລ ຈໍານວນ 49 ຫລັງຄາ,ດິນເຊາະເຈື່ອນຖົມເຮືອນ 4 ຫລັງ,ເຮືອນເປ່ເພ່ເສຍຫາຍ 485 ຫລັງ,ເລົ້າເຂົ້າ ເສຍຫາຍ 23 ຫລັງ ລວມທັງ ໂຮງຮຽນ ແລະ ໂຮງຫມໍ. ນອກນັ້ນ ຍັງມີທະຫນົນຫົນທາງ ໄດ້ຮັບຜົນກະທົບ 13 ເສັ້ນ ລວມມູນຄ່າຄວາມເສຍຫາຍ 6 ຕື້ກວ່າກີບ,ເສົາໄຟຟ້າ ເສຍຫາຍ 63 ຕົ້ນ,ລະບົບຊົນລະປະທານ ໄດ້ຮັບຄວາມເສຍຫາຍ 22 ແຫ່ງ,ເນື້ອທີ່ທຳການຜະລິດ 5 ຮ້ອຍກວ່າເຮັກ ຕາ,ຫນອງປາເສຍຫາຍ 197 ຫນອງ,ສັດລຽ້ງ 1 ພັນກວ່າໂຕ.

  ໂອກາດດັ່ງກ່າວ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານ ປະເທດ ແຫ່ງສປປລາວ ໄດ້ໂອ້ລົມ ໂດຍເນັ້ນຫນັກໃຫ້ເມືອງ ແລະ ແຂວງ ສືບຕໍ່ເອົາໃຈໃສ່ ແລະ ຮີບຮ້ອນແກ້ໄຂ ບາງຫນ້າວຽກຫລັກ ໂດຍສະເພາະແມ່ນການແກ້ໄຂ ທີ່ຢູ່ອາໄສ,ອາຫານການກິນ,ນ້ຳດື່ມ – ນໍ້າໃຊ້,ເຄື່ອງໃຊ້ທີ່ຈໍາເປັນ ໃຫ້ແກ່ປະຊາຊົນ ລວມທັງ ກະກຽມຮັບມືກັບພະຍາດທີ່ຈະເກີດຂຶ້ນໃນພາຍຫລັງ. ສ່ວນທິດທາງແຜນການໃນຕໍ່ຫນ້າ ແມ່ນໃຫ້ສືບຕໍ່ ປັບປຸງ ແລະ ຟື້ນຟູ ພື້ນທີ່ທຳການຜະລິດ,ພື້ນຖານໂຄ່ງລາງ ໃຫ້ກັບຄືນສູ່ສະພາບປົກກະຕິ.

  ໃນໂອກາດທີ່ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານ ປະເທດ ແຫ່ງສປປລາວ ພ້ອມດ້ວຍ ການນຳຂັ້ນສູນກາງ ລົງຕິດຕາມ ຜົນກະທົບຈາກໄພນ້ຳຖ້ວມ ຢູ່ທີ່ເມືອງນາຫມໍ້ ແຂວງອຸດົມໄຊ ໃນຄັ້ງນີ້ ກໍໄດ້ນຳເອົາ ເຂົ້າສານ ແລະ ເງິນສົດ ຈຳນວນຫນຶ່ງ ມອບໃຫ້ເມືອງນາຫມໍ້ ເພື່ອແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ສ່ວນເງິນສົດ ແມ່ນນຳໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານ ແກ້ໄຂໄພພິບັດໃນຄັ້ງນີ້.

  ຈາກນັ້ນ ໄດ້ພ້ອມກັນ ລົງຕິດຕາມ ແລະ ສໍາຫລວດເບິ່ງພື້ນທີ່ ເສຍຫາຍຕົວຈິງ ຢູ່ບ້ານນໍ້າແຊ

  ພາຍຫລັງສໍາເລັດໃນການລົງຕິດຕາມ ຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງນາຫມໍ້ແລ້ວ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງ ສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການ ສູງກາງພັກ, ຮອງປະທານ ປະເທດ ແຫ່ງສປປລາວ ພ້ອມດ້ວຍ ການນຳຂັ້ນສູນກາງ ແລະ ການນຳແຂວງ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມ ຢູ່ເມືອງຫລາ ຕື່ມອີກ.