ບໍລິສັດແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ Namkat Yorlapa ມອບນ້ຳດື່ມຈຳນວນ 1000 ແພັກ ໃຫ້ແຂວງອຸດົມໄຊໃນວຽກງານການຕ້ານພະຍາດໂຄວິດ-19

ໃນຕອນແລງ, ວັນທີ 03 ພະຈິກ 2021 ທີ່​ຜ່ານ​ມາ ຢູ່ທີ່ຫ້ອງວ່າການແຂວງອຸດົມໄຊທາງບໍລິສັດແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ Namkat Yorlapa ໄດ້ມອບເຄື່ອງຊ່ວຍເຫຼືອເປັນນ້ຳດື່ມ ຈຳນວນ 1.000 ແພັກ ລວມເປັນມູນຄ່າ 35.000.000 ກີບ ໃຫ້ແກ່ແຂວງອຸດົມໄຊເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ, ສະກັດກັ້ນ, ຄວບຄຸມ, ແກ້ໄຂແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງອຸດົມໄຊ ຕາງໜ້າ ໃຫ້ທາງບໍລິສັດ ມອບໂດຍ ທ່ານ ນາງ ສະຖາພອນ ລາດສະວົງ ແລະ ຕາງໜ້າໃຫ້ການນຳແຂວງ ຮັບໂດຍ ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າຄະນະກຳມະການບໍລິຫານ ແລະ ການເງິນ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ19 ຂັ້ນແຂວງ.

Leave a Reply

Your email address will not be published. Required fields are marked *