ຫ້ອງວ່າການແຂວງ ສະຫຼຸບຕີລາຄາ ວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ

ພິທີ ສະຫຼຸບ ຕີລາຄາ ວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງຫ້ອງວ່າການ ແຂວງອຸດົມໄຊ ຈັດຂຶ້ນວັນທີ 7 ເມສາ 2023 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງອຸດົມໄຊ. ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ ສະຫຼຸບໃຫ້ຮູ້ວ່າ: ພາຍຫຼັງໄດ້ມີແຜນການດຳເນີນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທາງຄະນະພັກ, ຄະນະຫ້ອງວ່າການແຂວງ ກໍໄດ້ນຳເອົາເນື້ອໃນມາຈັດຕັ້ງຜັນຂະຫຍາຍ ເຊື່ອມຊຶມ ໃຫ້ແກ່ ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການແຂວງ ພ້ອມທັງໄດ້ ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມຂອບເຂດ, ສິດ, ໜ້າທີ ແລະ ພາລະບົດບາດ ຂອງຫ້ອງວ່າການ ໃນການເປັນເສນາທິການ ປະສານງານ ແລະ ວຽກງານບໍລິຫານຮັບໃຊ້ໃຫ້ແກ່ຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງ ມີຜົນສຳເລັດຫຼາຍດ້ານ, ວຽກງານຕ່າງໆຂອງຫ້ອງວ່າການ ກໍມີຂະບວນການທີ່ດີ ແລະ ໂດດເດັ່ນຂຶ້ນ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າ: ຄະນະພັກ, ຄະນະຫ້ອງວ່າການ ຕະຫຼອດຮອດ ພະນັກງານວິຊາການ ແມ່ນມີທັດສະນະການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ເຄົາລົບລະບຽບກົດໝາຍ, ມີແບບແຜນການດຳລົງຊີວິດ ແລະ ການພັດທະນາຢ່າງຖືກຕ້ອງ, ມີການພັດທະນາທາງດ້ານຄວາມຮູ້ ຄວາມສາມາດ, ແບບແຜນການ ຊີ້ນຳ-ນຳພາ ແລະ ແບບແຜນການການເຮັດວຽກທີ່ຖືກຕ້ອງ. ຜ່ານການຕີລາຄາ ແລະ ປະເມີນປະເມີນຜົນງານສາມາດເລືອກໄດ້ປະເພດ ກົມກອງລວມໝູ່ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈຳນວນ 1 ກົມກອງ, ປະເພດບຸກຄົນໄດ້ຮັບ ຫຼຽນໄຊແຮງງານຊັ້ນ 1 ຈຳນວນ 8 ທ່ານ, ຫຼຽນໄຊແຮງງານຊັ້ນ 2 ຈຳນວນ 3 ທ່ານ, ຫຼຽນໄຊແຮງງານຊັ້ນ 3 ຈຳນວນ 1 ທ່ານ; ຫຼຽນກາແຮງງານ ຈຳນວນ 9 ທ່ານ; ໃບຍ້ອງຍໍລັດຖະບານ ຈຳນວນ 16 ທ່ານ ແລະ ໃບຍ້ອງຍໍຂອງທ່ານເຈົ້າແຂວງ ຈຳນວນ 8 ທ່ານ. ໃຫ້ກຽດປະດັບຜົນງານ ໂດຍມີ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານຫ້ອງວ່າການແຂວງ, ມີຄະນະພັກ, ຄະນະຫ້ອງວ່າການ ຕະຫຼອດຮອດ ພະນັກງານພາຍໃນຫ້ອງວ່າການ ເຂົ້າຮ່ວມ.

ໂອກາດດຽວກັນ ຄະນະພັກ, ຄະນະຫ້ອງວ່າການ ແລະ ຫົວຫນ້າຂະແໜງການ ກໍໄດ້ຂຶ້ນຈັບມືກັນ ເພື່ອປະຕິຍານຕົນ ໃນການສືບຕໍ່ຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນຕໍ່ໜ້າໃຫ້ປະສົບຜົນສຳເລັດ.