ຊາວໜຸ່ມຫ້ອງວ່າການ ແຂວງອຸດົມໄຊ ປະກາດຮັບຮອງ 4 ບຸກປະຈຳປີ 2020

ໃນຕອນເຊົ້າຂອງ ວັນທີ 17 ທັນວາ 2020 ຄະນະຊາວໜຸ່ມໜ່ວຍຮາກຖານຫ້ອງວ່າການແຂວງໄດ້ຈັດພິທີປະກາດຮັບຮອງ 4 ບຸກປະຈຳປີ 2020 ຂຶ້ນຢູທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງພາຍໃຕ້ການເປັນປະທານຂອງ ສະຫາຍສູນທະລາ ສີສະເກດ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານຫ້ອງວ່າການແຂວງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມດີ ເຕັງເບຼຍຈື ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ຈັນທາ ແກ້ວສະຫວັດ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ແຂກຖືກເຊີນຈາກໜ່ວຍອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ 33 ສະຫາຍ ຍິງ 17 ສະຫາຍ.