ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ທ່ານເຈົ້າແຂວງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂື້ນ ໃນວັນທີ 16 ກຸມພາ 2021 ຢູ່ທີ່ຫ້ອງ ວ່າການແຂວງອຸດົມໄຊ ໂດຍປະຕິບັດຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃຫ່ມ ກົມການເມືອງສູນກາງພັກ ອອກຄຳສັ່ງ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊ ຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະຕິບັດມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ກົມການເມືອງສູນກາງພັກ ຕົກລົງ ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ.
ບົດຄວາມທີ່ໜ້າສົນໃຈ
ທ່ານ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ ເມືອງຫລາ
ດ້ວຍຄວາມເປັນຫ່ວງ ຂອງການນຳ ພັກ-ລັດ ຂັ້ນສູງ ທີ່ມີຕໍ່ທ້ອງຖິ່ນຂັ້ນແຂວງ ແລະ ປະຊາຊົນລາວບັນດາເຜົ່າ ໃນວັນທີ 31 ມັງກອນ…
ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ
ລະຫວ່າງວັນທີ 15 – 16 ພະຈິກ 2022 ນີ້ ທ່ານນາງ ໃບຄຳ ຂັດທິຍະ…
ການນຳແຂວງອຸດົມໄຊ ເຂົ້າຮ່ວມພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ,ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ເປັນເຂດອານຸສອນສະຖານ ພິເສດແຫ່ງຊາດ
ໃນໂອກາດທີ່ ການນໍາແຂວງອຸດົມໄຊ ເຊິ່ງນໍາໂດຍທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເດີນທາງ ເຄື່ອນໄຫວ ພົບປະຢ້ຽມຢາມ…