ຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການປົກຄອງແຂວງ ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ແຂວງອຸດົມໄຊ ຄັ້ງທີVIII

ຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການປົກຄອງແຂວງ ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງອຸດົມໄຊ ຄັ້ງທີVIII ແລະ ດຳເນີນຊີວິດປະຈຳເດືອນ. ຕອນບ່າຍວັນທີ່17 ກັນຍາ 2020 ຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງອຸດົມໄຊ ຄັ້ງທີVIII ແລະ ດຳເນີນຊີວິດປະຈຳເດືອນ ກັນຍາ. ພາຍໃຕ້ການເປັນຂອງສະຫາຍ ສູນທະລາ ສີສະເກດ ເລຂາ ຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການປົກຄອງແຂວງ, ມີສະມາຊິກຊາວໜຸ່ມເຂົ້າຮ່ວມ ທັງໝົດ 31 ສະຫາຍ; ຍິງ 15 ສະຫາຍ.