ຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງອຸດົມໄຊ ລົງມອບເຄື່ອງ ອຸປະໂພກ – ບໍລິໂພກ ໃຫ້ເຈົ້າຫນ້າທີ່ປ້ອງກັນ ຢູ່ສູນກັກກັນ ແລະ ຈຸດກວດ ຕ່າງໆພາຍໃນແຂວງ

ວັນທີ 10 ພະຈິກນີ້ ທ່ານ ລໍາພອນ ສະຫວັດດີ ຕາງຫນ້າຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງອຸດົມໄຊ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນຫນຶ່ງ ລົງມອບໃຫ້ເຈົ້າຫນ້າທີ່ ປກຊ – ປກສ ທີ່ກໍາລັງປະຕິບັດຫນ້າທີ່ໃນການປ້ອງກັນຢູ່ບັນດາຈຸດຕ່າງໆ ພາຍໃນເທດສະບານເມືອງໄຊ, ແຂວງອຸດົມໄຊ ໂດຍສະເພາະແມ່ນ ຈຸດກັກກັນ ແລະ ດ່ານກວດກາ ຄົນເຂົ້າ – ອອກ. ສໍາລັບເຄື່ອງອຸປະໂພກ-ບໍລິໂພກ ທີ່ຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ນຳເອົາໄປມອບ ແມ່ນໄດ້ມາຈາກການອຸປະຖຳ ແລະ ຊ່ວຍເຫຼືອ ຂອງພາກລັດ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນ ພາຍໃນແຂວງ ແລະ ຊາວຕ່າງປະເທດ ເອົາມາປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19. ເຊິ່ງເຄື່ອງຈຳນວນດັ່ງກ່າວປະກອບມີ: ນໍ້າດື່ມ ຈໍານວນ 5 ແພັກ, ປ໋ອງປາ 9 ແພັກ, ຫມີ່ 9 ແກັດ, ໄຂ່ 9 ແຕະ, ຜ້າອັດປາກ-ດັງ ຈໍານວນ 20 ກັບ ແລະ ເຈວລ້າງມື 5 ກ໋ອງ. ມອບໃຫ້ແກ່ ຈຸດກັກກັນ ໂຮງຮຽນສາທາລະນະສຸກແຂວງ, ໂຮງແຮມເຢິນຕ້າ, ໂຮງແຮມມິດຕະພາບ, ໂຮງແຮມນ້ຳຫນຶ່ງ, ຈຸດກວດກາ ຄົນເຂົ້າ-ອອກ ບ້ານຫ້ວຍຂຸມ ແລະ ກອງພັນປ້ອງກັນເຄື່ອນທີ່. ສໍາລັບການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ ຢູ່ບັນດາຈຸດຕ່າງໆ ຍັງຈະສືບຕໍ່ຈົນກວ່າສະຖານະການ ການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງອຸດົມໄຊ ຈະເບົາບາງລົງ.