ຫລາຍພາກສ່ວນ ຍັງສືບຕໍ່ມອບ ວັດຖຸ – ປັດໃຈ ໃຫ້ແຂວງອຸດົມໄຊ

  ພາຍຫລັງທີ່ ການລະບາດຂອງເຊື້ອພະຍາດ ໂຄວິດ – 19 ຢູ່ພາຍໃນແຂວງອຸດົມໄຊ ມີການຂະ ຫຍາຍຕົວ ແລະ ເພີ່ມຈຳນວນຂຶ້ນເລື້ອຍໆ. ແຂວງອຸດົມໄຊ ຈຶ່ງອອກແຈ້ງການ ກ່ຽວກັບການລະ ດົມທຶນ ທັງວັດຖຸ,ເງິນ ແລະ ເຄື່ອງອຸປະໂພກ – ບໍໍລິໂພກ ໃນວັນທີ 3 ພະຈິກ 2021 ນີ້ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດດັ່ງກ່າວ. ດັ່ງນັ້ນ ຈຶ່ງມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໄດ້ນໍາເອົາວັດຖຸ,ປັດໃຈ ແລະ ເຄື່ອງອຸປະໂພກ – ບໍລິໂພກ ມາມອບໃຫ້ແຂວງອຸດົມໄຊ. ແລະ ມາໃນທ້າຍອາທິດຜ່ານມານີ້ ກໍຍັງມີ ຫລາຍພາກສ່ວນ ສືບຕໍ່ ເຂົ້າມາມອບ.

  ສໍາລັບ ຕອນເຊົ້າຂອງວັນທີ 5 ພະຈິກ 2021 ນີ້ ມີ 2 ພາກສ່ວນ ທີ່ນໍາເອົາ ວັດຖຸປັດໃຈ ແລະ ເຄື່ອງອຸປະໂພກ – ບໍລິໂພກ ມາມອບໃຫ້ແຂວງອຸດົມໄຊ ຄື ບໍລິສັດ ການຄ້າ ແລະ ກະສິກໍາ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ບຸນທະວີ ສີລິເຮືອງ ພ້ອມດ້ວຍທິມງານ ໄດ້ນໍາເອົາ ເງິນສົດ ຈຳນວນ 6 ລ້ານກີບ,ຜ້າອັດປາກ – ດັ່ງ ຈໍານວນ 15 ແກັດ ໃນນັ້ນ ຜ້າອັດປາກ – ດັງ ຂອງເດັກ ນ້ອຍ 5 ແກັດ ແລະ ຂອງຜູ້ໃຫຍ່ 10 ແກັດ ລວມມູນຄ່າທັງຫມົດ 12 ລ້ານກີບ. ຮັບໂດຍ ທ່ານບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ອີກພາກສ່ວນຫນຶ່ງ ທີ່ມອບໃນຄັ້ງນີ້ ກໍຄື ພະແນກແຜນການ ແລະ ການລົງທຶນ ເຊິ່ງປະກອບມີ ນ້ຳດື່ມ ຈຳນວນ 60 ແພັກ ແລະ ເຄື່ອງດື່ມ ຈຳນວນ 6 ແພັກ ລວມເປັນມູນຄ່າ 2 ລ້ານ 5 ແສນກີບ. ໃຫ້ກຽດມອບໂດຍ ທ່ານນາງ ຈັນທະລາ ໄຊບຸນເຮືອງ ຫົວຫນ້າພະແນກ ແຜນການ ແລະ ການລົງທຶນແຂວງ ພ້ອມດ້ວຍວິຊາການ ແລະ ຮັບໂດຍ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ.

  ໂອກາດດັ່ງກ່າວ ການນໍາແຂວງ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໃຫ້ການອຸປະ ຖຳ ແລະ ປະກອບສ່ວນ ທາງດ້ານວັດຖຸ,ປັດໃຈ ແລະ ເຄື່ອງອຸປະໂພກບໍລິໂພກ ໂດຍສະເພາະກໍຄື ບໍລິສັດ ການຄ້າ ແລະ ກະສິກຳ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ແລະ ພະແນກແຜນການ ແລະ ການລົງທຶນແຂວງ ທີ່ເຫັນໄດ້ຄວາມສຳຄັນ ຕໍ່ກັບວຽກງານ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອພະຍາດໂຄວິດ -19 ພາຍໃນແຂວງອຸດົມໄຊ. ແລະ ຫວັງວ່າຈະໄດ້ຮັບການຊ່ວຍ ເຫລືອຈາກພາກສ່ວນຕ່າງໆ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ ນັກຂ່າວແຂວງ