ບັນດາບໍລິສັດ ແລະ ນັກທຸລະກິດປະກອບສ່ວນຊ່ວຍເຫຼືຶອແຂວງອຸດົມໄຊ ໃນການປ້ອງກັນ ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

ຕອນບ່າຍວັນທີ 3 ພະຈິກ 2021 ທີ່ພະແນກສາທາລະນະສຸກ ແຂວງອຸດົມໄຊ ບໍລິສັດ ສະຕາໂທລະຄົມ ຫຼື ຢູນີເທວ ສາຂາ ແຂວງອຸດົມໄຊ ກໍໄດ້ນຳເອົາວັຖຸປັດໃຈ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ເຄື່ອງທີ່ບໍລິສັດນໍາມາມອບ ມີ: ນໍ້າດື່ມ ແລະ ອາຫານສຳເລັດຮູບຈຳນວນໜຶ່ງ ມູນຄ່າ 2ລ້ານ 5ແສນກີບ.

ຕອນເຊົ້າວັນທີ 4 ພະຈິກ 2021 ທີ່ຫ້ອງວ່າການ ແຂວງອຸດົມໄຊ ມີບັນດາບໍລິສັດ ແລະ ນັກທຸລະກິດ ໄດ້ນຳເອົາວັດຖຸປັດໃຈແລະ ເງິນສົດ ມາມອບໃຫ້ແຂວງອຸດົມໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ໃນນັ້ນ ມີ:

  • ທ່ານ ຊູ່ຊິງໝິ່ງ ບໍລິສັດ ລາວຊິນຫຼົງບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ (ຂຸດຄົ້ນບໍ່ຄໍາເມືອງປາກແບງ, ແຂວງອຸດົມໄຊ) ມອບເງິນ ຈໍານວນ 100 ລ້ານກີບ,
  • ທ່ານ ຊື່ຊ່າງຍິ່ງ ນັກທຸລະກິດ ແຂວງອຸດົມໄຊ ມອບເງິນ ຈຳນວນ 40 ລ້ານກີບ
  • ທ່ານ ອາເຕີ ລາວລີ ນັກທຸລະກິດ ແຂວງອຸດົມໄຊ ມອບເງິນ ຈຳນວນ 30 ລ້ານກີບ
  • ທ່ານ ເຈົ້າຊືຍົງ ນັກທຸລະກິດ ແຂວງອຸດົມໄຊ ມອບເງິນ ຈຳນວນ 10 ລ້ານກີບ

ຕາງໜ້າການນຳແຂວງ ຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໂອກາດນີ້ ທ່ານເຈົ້າແຂວງກໍໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດ ແລະ ນັກທຸລະກິດ ທີ່ມີຄວາມເປັນຫ່ວງຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງ ແລະ ຈະນຳເອົາເງິນທີ່ໄດ້ຮັບ ໄປນຳໃຊ້ເຂົ້າໃນການວຽກງານການປ້ອງກັນ, ຄວບຄຸມ ແລະແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ໃຫ້ໄດ້ຮັບຜົນດີ.