ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ

ລະຫວ່າງ ວັນທີ 22 – 23 ມັງກອນ 2024 ນີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ.

ການຢ້ຽມຢາມ ແຂວງອຸດົມໄຊ ຄັ້ງນີ້

ກ່ອນອື່ນ ທ່ານຮອງປະທານປະເທດ ໄດ້ເຂົ້າພົບປະຄະນະປະຈໍາພັກແຂວງ ຮັບຟັງການລາຍງານສະພາບລວມ ວຽກງານຮອບດ້ານຂອງແຂວງອຸດົມໄຊ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ວຽກງານພັກ – ພະນັກງານ, ວຽກງານເສດຖະກິດ – ສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ. ຈາກນັ້ນ ທ່ານໄດ້ເດີນທາງໄປ ເມືອງນາຫມໍ້ ເພື່ອພົບປະ, ຢ້ຽມຢາມ ປະຊາຊົນ ບ້ານນາຫມໍ້ໃຕ້ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງ-ເມືອງນາຫມໍ້ ພ້ອມດ້ວຍການນຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນ ພາຍໃນບ້ານນາມໍ້ໃຕ້ ທ່ານໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບໂດຍລວມຂອງເມືອງ ລວມທັງ ບາງບັນຫາກ່ຽວກັບການຍົກຍ້າຍ ປະຊາຊົນ ທີ່ຖືກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຈາກບ້ານເກົ່າມາຢູ່ບ້ານຈັດສັນໃຫມ່. ສະເພາະບ້ານນີ້ ເຊິ່ງມີປະຊາຊົນໄດ້ຮັບການຍົກຍ້າຍ ໃນຄັ້ງນີ້ ມີທັງຫມົດ 60 ຫລັງຄາເຮືອນ ໃນນີ້ ມີ 41 ຫລັງຄາເຮືອນ ທີ່ຍົກຍ້າຍເຂົ້າມາອາໄສຢູ່ບ້ານຈັດສັນ ແລະ ອີກຈຳນວນຫນຶ່ງ ແມ່ນຮັບການຊົດເຊີຍເປັນເງິນສົດ.

ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳຄິດ ຄຳເຫັນ ໂອ້ລົມ ປະຊາຊົນ ພ້ອມທັງ ນຳເອົາອຸປະກອນການຮຽນຈຳນວນຫນຶ່ງ ໂດຍສະເພາະແມ່ນ ປຶ້ມຂຽນ, ບິກ, ສໍ ມາມອບໃຫ້ແກ່ນ້ອງນັກຮຽນ ພາຍໃນບ້ານດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການຮຽນ. ຈາກນັ້ນ ຄະນະສືບຕໍ່ເດີນທາງໄປຢ້ຽມຢາມ ການຜະລິດກະສິກຳຂອງປະຊາຊົນ ຢູ່ ບ້ານຫ້ວຍຕອງ ຕື່ມອີກ.