ຖະແຫຼງການງານ  ບຸນປະເພນີບັນດາເຜົ່າ ຂອງແຂວງອຸດົມໄຊ ເພື່ອສົ່ງເສີມ ປີທ່ອງທ່ຽວລາວ ປີ 2024

ຮຽນ: ບັນດາ ທ່ານການນຳພັກ-ລັດ ທີ່ນັບຖື.

  • ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ, ພະນັກງານອະວຸໂສບໍານານ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ແລະ ພາຍໃນແຂວງອຸດົມໄຊ ທີ່ນັບຖື.
  • ຂ້າພະເຈົ້າ ໃນນາມຕາງໜ້າການນໍາຂອງແຂວງອຸດົມໄຊ ຂໍແຈ້ງຂ່າວມາຍັງບັນດາທ່ານ ຊາບວ່າ:ໃນລະຫວ່າງ ວັນທີ 16 – 20 ມັງກອນ ປີ 2024 ອົງການປົກຄອງແຂວງອຸດົມໄຊ ຈະໄດ້ຈັດງານ ບຸນປະເພນີບັນດາເຜົ່າ ຂຶ້ນຢ່າງເປັນທາງການ ຢູ່ທີ່ເດີນສະໜາມກິລາແຂວງ ເທດສະບານເມືອງໄຊ, ແຂວງອຸດົມໄຊ.
ທ່ານ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
ແຂວງອຸດົມໄຊ ເປັນແຂວງໜຶ່ງ ທີ່ຕັ້ງຢູ່ໃຈກາງບັນດາແຂວງ 5 ແຂວງພາກເໜືອ ຂອງ ສ ປປລາວ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ມີຊາຍແດນຕິດກັບ ສປ ຈີນ; ມີເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບບັນດາແຂວງພາກເໜືອ ແລະ ເຊື່ອມຕໍ່ອອກໄປສູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ສປ ຈີນ. ພິເສດ ແມ່ນມີເສັ້ນທາງລົດໄຟລາວ-ຈີນຜ່ານ 3 ເມືອງ ແລະ ມີ 3 ສະຖານີ, ມີ ສາຍການບິນພາຍໃນປະເທດ ເຊິ່ງມີຄວາມສະດວກຂຶ້ນຫຼາຍ ໃນການເດີນທາງເຂົ້າມາແຂວງອຸດົມໄຊ.

ແຂວງອຸດົມໄຊ ເປັນແຂວງພູດອຍ, ປະກອບມີ 12 ຊົນເຜົ່າ ດໍາລົງຊີວິດຢູ່ຮ່ວມກັນ ເຊິ່ງແຕ່ລະເຜົ່າລ້ວນແຕ່ມີ ວັດທະນາທໍາຮີດຄອງປະເພນີອັນດີງາມ, ພາສາປາກເວົ້າ ທີ່ເປັນເອກະລັກສະເພາະ ຂອງຕົນເອງ.

ພ້ອມນີ້ ກໍມີແຫຼ່ງທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ມີສື່ສຽງເຊັ່ນ: ສະຖານທີ່ທ້ອງທ່ຽວທໍາມະຊາດ ນໍ້າກັດຢໍລະປ່າ, ຖໍ້າຈອມອອງ, ວັດພຣະເຈົ້າສິງຄໍາ ເມືອງຫຼາ  ຊຶ່ງມີນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ້ອງທ່ຽວ ນັບມື້ນັບຫຼາຍຂຶ້ນ ຕາມຄໍາຂັນທີ່ວ່າ: ທ່ຽວແຂວງອຸດົມໄຊ ໄປຊົມທໍາມະຊາດ  ນໍ້າກັດຍໍລະປ່າ,  ຊົມວັດທະນະທໍາບັນດາເຜົ່າ, ໄຫວ້ພຣະເຈົ້າສິງຄໍາ,  ດື່ມນໍ້ຊາພັນປີ,  ຂີ່ເຮືອຊົມທໍາມະຊາດແມ່ນໍ່າຂອງ.

ໂດຍອີງໃສ່ເງື່ອນໄຂ ແລະ ທ່າແຮງ ທີ່ໄດ້ກ່າວມານັ້ນ, ການນໍາຂອງແຂວງອຸດົມໄຊ ຈຶ່ງໄດ້ເຫັນດີເປັນເອກະພາບກັນ ຈັດງານບຸນປະເພນີບັນດາເຜົ່າ ຄື: ເຜົາກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕດໍາ ຊຶ່ງຜ່ານມາເຄີຍຈັດໃນໄລຍະເວລາ ໃກ້ຄຽງກັນ ຈັດພໍໃຜພໍລາວ ມາຈັດຮ່ວມກັນເປັນງານໃຫຍ່ ເອີ້ນວ່າ ງານບຸນປະເພນີ ບັນດາເຜົ່າ.

ຈຸດປະສົງ ແລະ ເປົ້າໝາຍ ຂອງການຈັດງານ ບຸນປະເພນີບັນດາເຜົ່າ:

1).  ເພື່ອເປັນການ ສົ່ງເສີມ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ້ອງທ່ຽວລາວ,

ທ້ອງທ່ຽວດ້ານວັດທະນະທໍາ, ທໍາມະຊາດ ຢູ່ແຂວງອຸດົມໄຊ ໃນປີ 2024  ໃຫ້ຫຼາຍຂຶ້ນ;

2).  ເພື່ອເປັນການສົ່ງເສີມ, ປົກປັກຮັກສາ, ອະນຸລັກຮັກສາ ວັດທະນະທໍາ ຮີດຄອງປະເພນີອັນ     ດີງາມຂອງປະຊາຊົນບັນດາເຜົ່າ ພ້ອມທັງ ເປັນການເຕົ້າໂຮມຄວາມສາມັກຄີ ປອງດອງບັນດາເຜົ່າ ພາຍໃນແຂວງ ໃຫ້ມີຄວາມ ແໜ້ນແຟ້ນຍິ່ງຂຶ້ນ;

3). ເພື່ອເປັນການ ສ້າງຂະບວນການຂໍານັບຮັບຕ້ອນ, ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75  ປີ ແລະ ວັນຄ້າຍວັນເກີດ ປະທານ ຄໍາໄຕ ສີພັນດອນ ຜູ້ນໍາທີ່ເຄົາລົບຮັກພວກເຮົາ ຄົບຮອບ 100 ປີ;

ກິດຈະກໍາຂອງການຈັດງານ ເລີມແຕ່ວັນທີ່ 16 ມັງກອນເປັນຕົ້ນໄປຈົນເຖິງວັນທີ 20 ມັງກອນ ຊຶ່ງປະກອບມີ:

         1).  ງານວາງສະແດງສິນຄ້າ:

  • ວາງສະແດງ ແລະ ຈໍາໜ່າຍສິນຄ້າ, ຕະຫຼາດນັດ ຈາກພາຍໃນ ແລະ ຕ່າງປະເທດ;
  • ຈັດການປະກວດຜະລິດຕະພັນກະສິກໍາ ເຊັ່ນ: ງົວງາມ ແລະ ຜຶດຜະລິດກະສິກໍາຕ່າງໆ;

         2). ຊົມບັນດາກິດຈະກໍາຕ່າງໆ ຂອງ 4 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕດໍາ ແລະ ເຜົ່າຫໍ້ ຊຶ່ງສະແດງເຖິງວັດຖະນະທໍາ, ວິຖີດໍາລົງຊີວິດ, ຮີດຮອງປະເພນີ ອັນດີງາມຂອງບັນດາເຜົ່າ.

          3). ຊົມການສະແດງງານຄັອນເສີດ ນັກຮ້ອງທີ່ມີຊື່ສຽງ ຈາກພາຍໃນ ແລະ ຕ່າງປະເທດ ຕິດພັນກັບການປະກວດ ນາງສາວປີທ່ອງທ່ຽວແຂວງອຸດົມໄຊ 2024.

4). ພິທີເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ປີ 2024 ຢ່າງເປັນທາງການ ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 18 ມັງກອນ 2024, ຫຼັງຈາກນັ້ນ, ເຊີນແຂກທ່ຽວຊົມກິດຈະກໍາຕ່າງໆຂອງງານ ຊຶ່ງມີຫຼາກຫຼາຍກິດຈະກໍາ.

  ສະນັ້ນ, ໃນນາມຕາງໜ້າການນໍາຂອງແຂວງ, ການຈັດຕັ້ງພັກລັດ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ຊາວແຂວງອຸດົມໄຊ ຂໍເຊີນຊວນ ທ່ານແຂກຜູ້ມີກຽດ, ນັກທ້ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ້ອງທ່ຽວ ແຂວງອຸດົມໄຊ ເພື່ອທ່ຽວຊົມງານບຸນປະເພນີ ດັ່ງກ່າວ ແລະ ທ່ຽວຊົມສະຖານທີ່ ທ້ອງທ່ຽວຕ່າງໆຢູ່ແຂວງອຸດົມໄຊ.

ພ້ອມນີ້ ກໍ່ຮຽກຮ້ອງມາຍັງ ຊາວແຂວງອຸດົມທຸດຖ້ວນໜ້າ ໂດຍສະເພາະ ສະຖານທີ່ບໍລິການຕ່າງໆ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຮັບຕ້ອນແຂກທີ່ເຂົ້າມາທ້ອງທ່ຽວພາຍໃນແຂວງເຮົາ.

       ທ້າຍນີ້, ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການງານ ມີຄວາມຜາສຸກ ໃນຊີວິດສ່ວນຕົວ ຄອບຄົວທຸກປະການ.

(ຂໍຂອບໃຈ)