6 ເດືອນຜ່ານມາ ເມືອງງາ ຈັດເກັບລາຍຮັບເຂົ້າງົບປະມານໄດ້ 13,87 ຕື້ກີບ

ຕາມການລາຍງານຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ ຕໍ່ທ່ານເຈົ້າແຂວງອຸດົມໄຊ ໂອກາດລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງງາ ເມື່ອທ້າຍອາທິດທີ່ຜ່ານມານີ້ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງຄະນະພັກເມືອງງາ ເຮັດໃຫ້ທົ່ວເມືອງງາ ມີສະຖຽນລະພາບທາງດ້ານການເມືອງ  ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,  ເສດຖະກິດມີຄວາມເຂັ້ມແຂງ ໄດ້ເອົາໃຈໃສ່ໃນວຽກງານກະສິກຳໃຫ້ເປັນລະບົບດີຂຶ້ນ ແນ່ໃສ່ການປູກພືດຜະລິດສະບຽງອາຫານເປັນຫຼັກ ໃນນີ້ ປູກເຂົ້ານາແຊງໄດ້ 93,5 ຮຕ, ຜົນຜະລິດໄດ້ 900 ກ່ວາໂຕນ, ຊຸກຍູ້ການປູກມອນ-ລ້ຽງມ້ອນໄດ້ 2 ບ້ານ, ຜະລິດຝັກມ້ອນໄດ້ 3,2 ໂຕນ, ສູ້ຊົນການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີໄດ້ທັງໝົດ 13,87 ຕື້ກີບ ເທົ່າກັບ 48,75% ຂອງແຜນການປີ ໃນນີ້ ລາຍຮັບພາຍໃນໄດ້ 1,68 ຕື້ກີບ ລາຍຮັບແຂວງດູນ 12,18 ຕື້ກີບ ພ້ອມດຽວກັນນີ້ ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງລາຍຈ່າຍ ປະຕິບັດການເບີກຈ່າຍໄດ້ 13,73 ຕື້ກີບ.

ທ່ານນາງ ມະນີຈັນ ວິໄລຈິດ ຍັງໃຫ້ຮູ້ຕື່ມອີກວ່າ: 6 ເດືອນທ້າຍປີ 2021 ນີ້ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຕາມຄາດໝາຍ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານ, ຄຸ້ມຄອງລາຍຈ່າຍໃຫ້ໄດ້ຕາມແຜນການ ພ້ອມດຽວກັນນີ້ກໍຈະປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ເມືອງງາ ດ້ວຍຄວາມຮັບຜິດຊອບສູງ.