ທ່ານ ເຈົ້າແຂວງອຸດົມໄຊ ຢ້ຽມຢາມເຮັດວຽກ ຢູ່ ເມືອງຮຸນ

ຕອນເຊົ້າວັນທີ 6 ສິງຫານີ້ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງຮູນ ໂດຍການຕ້ອນຮັບຂອງ ທ່ານ ອິນທາ ລືນາມມະຈັກ ເລຂາພັກເມືອງ, ເຈົ້າເມືອງໆຮຸນ ພ້ອມດ້ວຍການນຳຂັ້ນເມືອງ.

ການລົງເຄື່ອນໄຫວຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ກໍເພື່ອເປັນການພົບປະ,ໂອ້ລົມ ພະນັກງານຫລັກແຫລ່ງຂອງເມືອງ, ຕິດຕາມ, ຊຸກຍູ້ ການປະຕິບັດວຽກງານຮອບດ້ານ, ແລກປ່ຽນບົດຮຽນ ເຊິ່ງກັນແລະກັນ ແລະລົງເກັບກຳຂໍ້ມູນກ່ຽວກັບບາງບັນຫາທີ່ຍັງຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽງານຂອງເມືອງ ເພື່ອຈະນຳໄປປຶກສາຫາລື ຊອກຫາທາງອອກຮ່ວມກັນໃນຕໍ່ຫນ້າ. ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງເມືອງ ມີປະສິດທິພາບ, ມີຄວາມເຂັ້ມແຂງ ແລະ ໄປໃນທິດທາງດຽວກັນ. ພ້ອມທັງຟັງການລາຍງານ ຈາກ ທ່ານ ອິນທາ ລືນາມມະຈັກ ເຈົ້າເມືອງໆຮຸນ ກ່ຽວກັບສະພາບລວມ ໃນການປະຕິບັດວຽກງານ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2021. ທ່ານເຈົ້າເມືອງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ຂອງການປະຕິບັດວຽກງານໃນໄລຍະຜ່ານມາ, ບາງບັນຫາທີ່ຍັງຄົງຄ້າງ ພາຍໃຕ້ການຊີ້ນຳ-ນຳພາ ຂອງການນຳເມືອງ, ບາງຂໍ້ສະເຫນີ ເພື່ອໃຫ້ການນຳແຂວງນຳໄປພິຈາລະນາ ແລະ ຊອກຫາແນວທາງໃນການປັບປຸງແກ້ໄຂ ໂດຍສະເພາະແມ່ນພື້ນຖານໂຄ່ງລາງ, ງົບປະມານ, ການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະ ອື່ນໆ.

ນອກນັ້ນ ຍັງໄດ້ຮັບຟັງການລາຍງານ ຈາກຫ້ອງການທີ່ກ່ຽວຂ້ອງ ຕາມການເຈາະຈີ້ມຂອງທ່ານເຈົ້າແຂວງ ໂດຍສະເພາະແມ່ນ ການແກ້ໄຂ ບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ, ບາງບັນຫາຫຍຸ້ງຍາກ ໃນການປະຕິບັດວຽກງານກະສິກຳ ການປູກພືດລະດູຝົນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ວຽກງານຄຸ້ມຄອງລັດຖະກອນ, ການປະຕິບັດວຽກງານຜ່ານປະຕູດຽວ, ວຽກງານໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການຂະຫຍາຍເສັ້ນທາງເຂົ້າຫາບັນດາບ້ານ, ການປົກປັກຮັກສາ ແລະ ບູລະນະເສັ້ນທາງ, ການແກ້ໄຂລະບົບນ້ຳປະປາ ແລະ ການສະຫອນງນ້ຳໃຫ້ແກ່ປະຊາຊົນ.

ໂອກາດດັ່ງກ່າວ ຂະແຫນງການຂັ້ນແຂວງ ໄດ້ຊີ້ແຈງໃຫ້ຂັ້ນເມືອງ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບຂໍ້ຂ້ອງໃຈ. ຕອນທ້າຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງດ້ານ ໂດຍສະເພາະແມ່ນ ໃຫ້ເມືອງສືບຕໍ່ປະຕິບັດວຽກງານ ດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ,ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ, ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຄາດຫມາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສູ້ຊົນການຈັດເກັບລາຍຮັບໃຫ້ບັນລຸເປົົ້າຫມາຍ ໂດຍຕິດພັນກັບການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານຍັງໄດ້ນໍາເອົາ ຄອມພິວເຕີໂນດບຸກ ຈໍານວນ 1 ຊຸດ ມອບໃຫ້ເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ