ບັນດາ ບໍລິສັດ, ນັກທຸລະກິດ ແລະ ພາກລັດ ມອບເງິນ ອຸປະຖໍາ ງານສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປກສ ແຂວງ ຈຳນວນ 300 ກວ່າລ້ານກີບ

  ເນື່ອງໃນໂອກາດ ທີ່ແຂວງອຸດົມໄຊ ຈະຈັດພິທີ ສະເຫລີມ ສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ໃນວັນທີ 15 ກໍລະກົດ 2022 ນີ້ ບັນດາບໍລິສັດ ນັກທຸລະກິດ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດ ອົງການຈັດຕັ້ງ ພັກ – ລັດ. ໄດ້ພ້ອມກັນ ອຸປະຖຳເງິນຈໍານວນຫນຶ່ງ ມອບໃຫ້ແຂວງ ເພື່ອເປັນການປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານ ສະເຫລີມ ສະຫລອງ ວັນປະຫວັດສາດ ດັ່ງ ກ່າວ ເຊິ່ງພິທີມອບ – ຮັບ ການອຸປະຖໍາ ໃນຄັ້ງນີ້ ໄດ້ຈັດຂຶ້ນ ໃນວັນທີ 12 ກໍລະກົດ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ.

   ບັນດາບໍລິສັດ ຫ້າງຮ້ານ,ລົງທຶນ,ນັກທຸລະກິດ ຜູ້ປະກອບການ ທີ່ນຳເອົາເງິນ ມາປະກອບສ່ວນ ອຸປະຖຳ ງານສະເຫລີມ ສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ໃນຄັ້ງນີ້ ສ່ວນໃຫຍ່ ແມ່ນບັນດາບໍລິສັດ ທີ່ນອນຢູ່ໃນ ສະ ມາຄົມ ສະພາການຄ້າ ຈີນ ປະຈຳແຂວງອຸດົມໄຊ ແລະ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ລວມທັງຫມົດ 22 ພາກສ່ວນ ເປັນເງິນຈຳນວນ ກີບ 312.000.000 ກີບ(3 ຮ້ອຍ 12 ລ້ານ ກີບ )  ແລະ ອີກຈຳນວນຫນຶ່ງ ກໍຄື: ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາ ອຸດົມໄຊ ຈຳນວນ 5 ລ້ານກີບ,ລັດວິສາຫະກິດ ນ້ຳປະປາ ແຂວງ 3 ລ້ານກີບ ແລະ ໂຮງງານ ຂົບຫີນ ຢາງລືໄຊ ຈຳນວນ 1 ລ້ານກີບ.

ຕາງຫນ້າການນຳແຂວງອຸດົມໄຊ ຮັບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.   ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນ ທີ່ມີສ່ວນຮ່ວມ ແລະ ປະກອບສ່ວນ ເຂົ້າໃນວຽກງານ ການສະເຫລີມ ສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ແລະ ຫວັງຢ່າງ ຈະໄດ້ຮັບການຊຸກຍູ້,ຊ່ວຍເຫລືອ ໃນໂອກາດຫນ້າ ຕື່ມອີກ.