ສະຫະພັນແມ່ຍິງຮາກຖານຫ້ອງວ່າການ ເປີດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023

ໃນຕອນເຊົ້າວັນທີ 30 ພະຈິກ 2023 ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023ຂຶ້ນ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງໂດຍການເປັນປະທານ ຂອງສະຫາຍ ນາງ ສີພອນ ເຈົ້າຊຸນລີ້ງ ປະທານສະຫະພັນແມ່ຍິງຮາກຖານ ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ ນາງ ວຽງມະລີ ສຸລິໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ສະຫາຍ ປອ ວິໄລ ໄຊທອງແກ້ວ ຄະນະໜ່ວຍພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີແຂກເຊີນຈາກສະຫະພັນແມ່ຍິງຮາກຖານ, ໜ່ວຍອ້ອມຂ້າງ, ຕາງໜ້າຈາກອົງການຈັດຕັ້ງມະຫາຊົນພາຍໃນຫ້ອງວ່າການແຂວງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.


ໃນພິທີ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີຜ່ານມາ ທີ່ຄະນະສະຫະພັນແມ່ຍິງຮາກຖານ ໄດ້ເອົາໃຈໃສ່ໃນການນໍາພາ – ຊີ້ນຳສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານເຄື່ອນໄຫວຈັດຕັ້ງປະຕິບັດວຽກງາານຕາມພາລະບົດບາດ, ສິດແລະໜ້າທີ່ຂອງຕົນໃນການເປັນເສນາທິການ, ເປັນໃຈກາງປະສານງານແລະບໍລິຫານຮັບໃຊ້ການນໍາແຂວງ,ທັງເປັນເຈົ້າການໃນການສຶກສາອົບຮົມການເມືອງ – ແນວຄິດ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ໂດຍຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄປພ້ອມໆ ກັນກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການອື່ນໆຂອງຊາດ, ຂອງພັກ ກໍ່ຄືອົງການຈັດຕັ້ງມະຫາຊົນຢ່າງເປັນຂະບວນຟົດຟື້ນ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດ ຄັດເລືອກບຸກຄົນ 3 ດີ ປະເພດ I ໄດ້ຈໍານວນ 22 ທ່ານ ເທົ່າກັບ 100% ຖ້າທຽບໃສ່ແຜນການທີ່ວາງໄວ້ແມ່ນບັນລຸເກີນແຜນການ. ນອກຈາກນັ້ນພາຍໃນຮາກຖານ ຍັງໄດ້ສ້າງກອງທຶນພັດທະນາ ເພື່ອສ້າງເງື່ອນໄຂໃນການຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ມາຮອດປັດຈຸບັນມີສະມາຊິກກອງທຶນ 30 ສະຫາຍ ລວມທັງເພດຊາຍ ມີເງິນກອງທຶນທັງໝົດ 176,400,000 ກີບ ແລະ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມໄປສ້າງເສດຖະກິດ ຄອບຄົວ 140,700,000 ກີບເພື່ອສ້າງລາຍຮັບເພີ່ມເຂົ້າຄອບຄົວ ເປັນຕົ້ນແມ່ນປູກຝັງ-ລ້ຽງສັດແລະບໍລິການອື່ນໆທີ່ຖຶກຕ້ອງຕາມລະບຽບກົດໝາຍ, ໃນນັ້ນມີຄອບຄົວທີ່ພົ້ນເດັ່ນຈໍານວນ 6 ຄອບຄົວສາມາດສ້າງລາຍຮັບສະເລ່ຍ 8-98 ລ້ານກີບຕໍ່ປີ. ຄະນະສະຫະພັນແມ່ຍິງຮາກຖານຍັງເອົາໃຈໃສ່ໃນການສ້າງລາຍຮັບເຂົ້າຄັງດ້ວຍຫຼາຍຮູບການປັດຈຸບັນມີເງິນຄັງທັງໝົດ 35,600,000 ກີບ ເຮັດໃຫ້ຮາກຖານສາມາດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ມີຄວາມເຂັ້ມແຂງດ້ວຍຕົນເອງ. ດັ່ງນັ້ນຈຶ່່ງເຮັດໃຫ້ສະຫະພັນແມ່ຍິງຮາກຖານຫ້ອງວ່າການແຂວງ ໄດ້ຮັບຮອງເປັນສະຫະພັນແມ່ຍິງຮາກຖານ 3 ດີ ປະຈໍາປີ 2023 ແລະ ຜ່ານແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024ຕື່ມອີກ.