ການແລກປ່ຽນບົດຮຽນ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກັບ ຫ້ອງວ່າການ ແຂວງອຸດົມໄຊ

​ຕອນເຊົ້າວັນທີ 4 ມີນາ 2019 ຢູ່ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ແລກປ່ຽນວຽກງານເສນາທິການ, ວຽກງານບໍລິຫານຮັບໃຊ້, ວຽກງານໂຄສະນາ ແລະ ວຽກງານໄອທີ ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ຫ້ອງວ່າການປົກຄອງແຂວງອຸດົມໄຊ, ໂດຍການເປັນປະທານຂອງ ທ່ານ ປອ. ນ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ; ມີຫົວໜ້າກົມ-ຮອງຫົວໜ້າກົມ ຈາກ ຫສນຍ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ ປົກຄອງແຂວງ, ຜູ້ຕາງໜ້າພະແນກການ ແລະ ຫ້ອງ ການຈາກເມືອງຕ່າງໆ ພາຍໃນແຂວງເຂົ້າຮ່ວມ.

ໃນໂອກາດ ມີຄໍາເຫັນໄຂກອງປະຊຸມ, ທ່ານ ປອ. ນ. ວຽງສະຫວັນ ດວງສະຫວັນ ໄດ້ຍົກໃຫ້ເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນບົດຮຽນ ດ້ານວິຊາການ ລະຫວ່າງ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ແລະ ຫ້ອງວ່າການ ແຂວງອຸດົມໄຊ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ 3 ດີ ເພື່ອຮັບໃຊ້ໃຫ້ແກ່ການນໍາ ຄື: ວຽກງານການເປັນເສນາທິການທີ່ດີ, ວຽກງານການເປັນຜູ້ປະສານງານທີ່ດີ ແລະ ວຽກງານ ການເປັນຜູ້ບໍລິການ ຮັບໃຊ້ທີ່ດີ. ສຳລັບບົດຮຽນທີ່ນໍາມາ ຝຶກອົບຮົມ ແລະ ແລກປ່ຽນກັນ ໃນຄັ້ງນີ້ ລວມມີ: ການເຜີຍແຜ່ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການ ສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 93/ຫສນຍ, ລົງວັນທີ 3 ມີນາ 2017; ຂໍ້ຕົກລົງ ວ່າດ້ວຍການກໍານົດ ຮູບແບບເອກະສານທາງການ ພາຍໃນຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 970/ຫສນຍ, ລົງວັນທີ 8 ພະຈິກ 2018 ລວມທັງ ເຕັກນິກການບັນທຶກ ແລະ ສັງລວມ ເນື້ອໃນກອງປະຊຸມ ໃຫ້ແກ່ການນໍາ; ດໍາລັດວ່າດ້ວຍ ການປະສານງານ ລະຫວ່າງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ກັບສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 177/ລບ, ລົງວັນທີ 7 ພຶດສະພາ 2018; ວຽກງານຄົ້ນຄວ້າ-ສັງລວມ; ວຽກງານພິທີ ການ;ເຕັກນິກການເລືອກພາບ, ການຂຽນບົດຂ່າວ ແລະ ບົດຄວາມ ລົງວາລະສານ ນັກບໍລິຫານ ແລະ ເວັບໄຊລັດຖະບານ; ເຕັກນິກການສໍາພາດ ແລະ ເກັບກໍາຂໍ້ມູນ ເພື່ອມາຂຽນບົດຂ່າວ, ບົດຄວາມ ແລ້ວເຜີຍແຜ່ຜ່ານເວັບໄຊ, ວິທະຍຸ ແລະ ໂທລະພາບ; ເຕັກນິກການຖ່າຍພາບ ແລະ ວິດີໂອ ເພື່ອປະກອບໃສ່ບົດຂ່າວ, ບົດຄວາມ ແລະ ບົດສາລະຄະດີ; ເຕັກນິກ ແລະ ການອອກແບບວາລະສານ ນັກບໍລິຫານ; ເຕັກນິກການ ບັນນາທິການ ເອກະສານ ແລະ ສູດຄິດໄລ່ຕ່າງໆໃນ ໄມໂຄຊອບ ອອບຟິດເວີດ 2010; ການຕິດຕັ້ງ ແລະ ການນໍາໃຊ້ ໂປຣແກມປ້ອງກັນໄວລັດ, ເຕັກນິກການຮັກສາ ຄວາມປອດໄພ ໃຫ້ເວັບໄຊ ແລະ ເຕັກນິກການຄົ້ນຫາຂໍ້ມູນ ຈາກເວັບໄຊ ພາກລັດ; ບາງບົດຮຽນ  ກ່ຽວກັບການຂຽນໂຄງການຜະລິດສື່ສິ່ງພິມ ເພື່ອສະໜອງໃຫ້ແກ່ການນໍາ ກ່ຽວກັບວຽກງານຄຸ້ມຄອ ງປ່າສະຫງວນ, ສັດນໍ້າ ແລະ ສັດປ່າ. ພ້ອມດຽວກັນນີ້, ສໍາມະນາກອນ ຍັງຈະໄດ້ມີການແບ່ງກຸ່ມ ເພື່ອລົງເກັບກໍາຂໍ້ມູນ, ສໍາພາດຂ່າວ, ຖ່າຍພາບ ແລະ ວິດີໂອ ຢູ່ພື້ນທີ່ຕົວຈິງ ຕື່ມອີກ.​ການຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້, ດໍາເນີນໄປໃນລະຫວ່າງວັນທີ 4-8 ມີນາ 2019.