ເພື່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ແຂວງອຸດົມໄຊໃຫ້ມີຄວາມປອດໄພ ມາໃນລະຫວ່າງວັນທີ 27-28 ເມສານີ້ ຫລາຍພາກສ່ວນ ໄດ້ນຳເອົາເງິນສົດແລະນ້ຳດຶ່ມມາມອບໃຫ້ແກ່ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ19ແຂວງອຸດົມໄຊ. ໃນນີ້ລວມມີ ທະນາຄານແຫ່ງ ສປປ ລາວ ພາກເໜືອສາຂາແຂວງອຸດົມໄຊ ມອບເງິນສົດ 10,000,000 ກີບ, ໂຮງງານດິນຈີ່ເກດທະລາ ມອບເງິນສົດ 5,000,000 ກີບ,ຮ້ານກ້ວາງຮາວຂາຍເຄື່ອງອາໄລ່ລົດຈັກ ມອບເງິນສົດ5,000,000 ກີບ, ບໍລິສັດສີໃສ ຮ້ານເລົາຢີ ມອບເງິນສົດ 5,000,000 ກີບ, ບໍລິສັດ ສາລິກາ ຂາອອກ-ຂາເຂົ້າ ຈຳກັດ ມອບນ້ຳດື່ມ ຈຳນວນ 500 ແພັກ ມູນຄ່າ 17,500,000 ກີບ. ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊພ້ອມດ້ວຍການນຳແຂວງແລະຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມຮັບ. ສຳລັບ ການຊ່ວຍເຫລືອຄັ້ງນີ້ ທາງຄະນະສະເພາະກິດຂັ້ນແຂວງແມ່ນຈະໄດ້ນຳໄປຫມູນໃຊ້ເຂົ້າໃນວຽກງານການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ພາຍໃນແຂວງອູດົມໄຊໃຫ້ທັນການ. ລວມພະລັງນ້ຳໃຈຊາວແຂວງອຸດົມໄຊຕ້ານໂຄວິດ19
ບົດຄວາມທີ່ກ່ຽວຂ້ອງ

ທ່ານ ຫຼີ ຈີ້ ກົງ ກົງສູນໃຫຍ່ ແຫ່ງ ສປຈີນ ປະຈຳຫລວງພະບາງ ພ້ອມດ້ວຍຄະນະ ຢ້ຽມຢາມ ແຂວງອຸດົມໄຊ
ໃນຕອນບ່າຍຂອງວັນທີ 14 ກໍລະກົດນີ້ທ່ານ ຫຼີ ຈີ້ ກົງ ກົງສູນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳຫລວງພະບາງ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມແຂວງອຸດົມໄຊ ແລະ ກໍໄດ້ເຂົ້າພົບ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ ໂອກາດດັ່ງກ່າວ…

ຫ້ອງວ່າການແຂວງ ສະຫຼຸບຕີລາຄາ ວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ
ພິທີ ສະຫຼຸບ ຕີລາຄາ ວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງຫ້ອງວ່າການ ແຂວງອຸດົມໄຊ ຈັດຂຶ້ນວັນທີ 7 ເມສາ 2023 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງອຸດົມໄຊ. ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ,…

ບໍລິສັດຊ່ວຍເຫຼືອແຂວງອຸດົມໄຊ
ວັນທີ 14 ກໍລະກົດ 2021 ມີຫຼາຍບໍລິສັດອຸປະຖຳຊ່ວຍເຫຼືອແຂວງອຸດົມໄຊ 1. ບໍລິສັດອຸດົມໄຊ ພັດທະນາກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ 10.000.000 ກີບ; 2. ບໍລິສັດ ຫົວເຟີງ ສົ່ງເສີມກະສິກໍາ ຈໍາກັດ 10.000.000 ກີບ; 3.…