ສະເຫລີມ ສະຫລອງ ເມືອງປາກແບງ ຄົບຮອບ 60 ປີ

ຕອນເຊົ້າຂອງວັນທີ່ 22 ມີນາ 2024 ຢູ່ທີ່ສະໂມສອນ ເມືອງປາກແບງ ໄດ້ຈັດພິທີໂຮມຊຸມນຸມ ມິດຕິງ ສະເຫລີມ ສະຫລອງ ເມືອງປາກແບງ ຄົບຮອບ 60 ປີ: ( 2 ມີນາ 1964 – 2 ມີນາ 2024 ) ເຊີ່ງໄດ້ຈັດຂື້ນຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ນາງ ຈັນສະໝອນ ທິບພະຫົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຄະນະປະຈຳພັກເມືອງ,ອາດີດການນຳເມືອງ,ສອງກອງບັນຊາການ, ແຂກເຊີນ, ພະແນກການອ້ອມຂ້າງ,ອຳນາດການປົກຄອງບ້ານພາຍໃນເທດສະບານເມືອງຕະຫຼອດຮອດຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ພິທີ ໂຮມຊຸມນຸມມິດຕິງ ສະເຫລີມ ສະຫລອງ ເມືອງປາກແບງ ຄົບຮອບ60 ປີ


ໃນພິທີກໍ່ໄດ້ຮັບຊົມການສະແດງ ສິນລະປະ – ວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ທີ່ມາຈາກບັນດາໂຮງຮຽນ ພາຍໃນເທດສະບານເມືອງ ຈາກນັ້ນ ທ່ານຄຳສະພອນ ໄຊຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກແບງ ກໍ່ໄດ້ໃຫ້ກຽດກ່າວເປີດພິທີຂື້ນຢ່າງເປັນທາງການ ພ້ອມທັງເລົ່າປະຫວັດຄວາມເປັນມາ ຂອງເມືອງປາກແບງ ແຂວງອຸດົມໄຊ ທີ່ເປັນເມືອງໜຶ່ງໃນ 7 ເມືອງຂອງແຂວງອຸດົມໄຊ ເຊິ່ງຫ່າງຈາກເທດສະບານແຂວງ 144 ກມ, ມີເນື້ອທີ່ທັງໝົດ817,12 ກິໂລຕາແມັດ, ເນື້ອທີ່ພູດອຍກວມເອົາ99,36% ມີພົນລະເມືອງທັງໝົດ 32.993 ຄົນ, ຍິງ 16.275 ຄົນ ມີ4 ຊົນເຜົ່າຄື: ເຜົ່າລາວ,ເຜົ່າລື້,ກຶມມຸ ແລະ ເຜົ່າມົ້ງ, ມີ7 ກຸ່ມບ້ານ ແລະ 53 ບ້ານ ຖືອາຊີບຜະລິດກະສິກຳປູກຝັງ – ລ້ຽງສັດເປັນອາຊີບຕົ້ນຕໍ,ຄ້າ – ຂາຍແລະການບໍລິການການທ່ອງທ່ຽວຈຳນວນໜຶ່ງ ແລະໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ່2 ມີນາ 1964 ປະຊາຊົນເມືອງປາກແບງເຄີຍມີມູນເຊື້ອດຸໝັ້ນຂະຫຍັນພຽນ, ມີນ້ຳໃຈສາມັກຄີປອງດອງ ພ້ອມກັນຕໍ່ສູ້ກັບລັດຖິຈັກກະພັດລ່າເມືອງຂື້ນແບບເກົ່າແລະໃໝ່ທີ່ເຂົ້າມາບຽດບຽນ, ຮຸກຮານ ຈົນໄດ້ຮັບໄຊຊະນະຢ່າງມີໄຊ ພ້ອມນີ້ຊາວເມືອງປາກແບງທຸກເຜົ່າໄດ້ຖືເອົາວັດທະນະທຳແລະຮີດຄອງປະເພນີອັນດີງາມຂອງຊາດເປັນພື້ນຖານທາງດ້ານມູນເຊື້ອວັດທະນະທຳປະຈຳແຕ່ລະເຜົ່າຂອງຕົນຍືດໝັ້ນລະບຽບຂອງພັກ-ກົດໝາຍຂອງລັດແລະຫລັກສິນທຳຮີດ12ຄອງ 14 ຮີດຍີ່ ຄອງຈຽງ ມາແຕ່ບູຮານນະການ ໂດຍເລືອກເອົາວັດທະນະທຳອັນຍອດຍິ່ງຂອງຍຸກສະໄໝເຂົ້າມາເປັນວັດທະນະທຳອັນດີງາມທີ່ຈະເລີນກ້າວໜ້າຂອງແຕ່ລະເຜົ່າ ສືບຕໍ່ກັນມາ, ແຕ່ລະປີ ບັນດາເຜົ່າກໍ່ໄດ້ມີການສະຫຼອງງານບຸນຂອງຕົນເຊັ່ນ ບຸນປີໃໝ່ ຊົນເຜົ່າລາວ, ບຸນເຕັດນື່ມ ຂອງຊົນເຜົ່າກືມມຸ ແລະ ບຸນກີນຈຽງ ຂອງເຜົ່າມົ້ງໂດຍພາຍໃຕ້ການ ຊີ້ນຳ-ນຳພາ ຂອງການນຳເມືອງແຕ່ລະຂັ້ນແຕ່ລະສະໄໝ ເຮັດໃຫ້ເມືອງປາກແບງ ມີການເຕີບໃຫຍ່ຂະຫຍາຍຕົວມີການພັດທະນາສີວິໄລຂື້ນເປັນກ້າວໆ ເຊີ່ງປະຈຸບັນເມືອງປາກແບງ ຍັງຖືເປັນບູລິມາສິດຮັບຮອງໃຫ້ກາຍເປັນເມືອງບໍລິການການທ່ອງທ່ຽວ ຍ້ອນວ່າມີທ່າແຮງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຂົ້າມາພັກເຊົາໃນແຕ່ລະວັນ ເປັນຈຳນວນຫລວງຫລາຍເຊິ່ງປະຈຸບັນ ພາຍໃນເມືອງມີລີສອດ 2 ແຫ່ງ, ໂຮງແຮມ 3 ແຫ່ງ, ເຮືອນພັກ 19 ຫລັງ, ຮ້ານອາຫານແລະຮ້ານກີນດື່ມ24 ຮ້ານ,ມີແຫລ່ງທ່ອງທ່ຽວທຳມະຊາດ 5 ແຫ່ງແລະວັດທະນະທຳ7 ແຫ່ງເພື່ອຮັບຮອງນັກທ່ອງທ່ຽວທີ່ເຂົ້ມາພັກເຊົາໃຫ້ຫຼາຍຂຶ້ນຕື່ມ.
ພ້ອມດຽວກັນນັ້ນກໍ່ໄດ້ມີການມອບໃບຍ້ອງຍໍແລະຂອງຂັວນເປັນທີ່ລະນຶກໃຫ້ແກ່ບັນດາອາດີດເລຂາພັກເມືອງ, ການນຳພັກເມືອງ ແລະ ຂັ້ນອື່ນໆທີມີຜົນງານການພັດທະນາເມືອງປາກແບງໃນຕະຫລອດໄລຍະຜ່ານມາ.