ກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ

ຕອນເຊົ້າວັນທີ 15 ມິຖຸນາ 2023, ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ, ໄດ້ເປີດກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ສົມຈິດ ປັນຍາສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ/ຮອງພະແນກ, 2 ກໍາລັງ ປກຊ-ປກສ, ອົງການທຽບເທົ່າ, ຄະນະເລຂາທິການ ແລະ ພະນັກງານວິຊາການຂະແໜງການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການປຶກສາຫາລື ການກະກຽມເນື້ອໃນດ້ານຕ່າງໆທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງແຜນການກະກຽມ ແລະ ດໍາເນີນໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 737/ສພຂ, ລົງວັນທີ 13 ມິຖຸນາ 2023 ວ່າດ້ວຍການ ປະເມີນຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ເຊິ່ງສະເໜີໂດຍທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ. ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນຳ ແລະ ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມ, ບັນດາພະແນກການ, ອົງການ ໄດ້ປະກອບຄຳຄິດຄຳເຫັນ ແລະ ມີຄຳສະເໜີແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ເລິກເຊິ່ງ ແລະ ກົງໄປກົງມາ.

ພ້ອມນັ້ນ, ບັນດາຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ມີບາງຄໍາເຫັນເຈາະຈີ້ມ, ແລກປ່ຽນກັບບັນດາພະແນກການ, ອົງການ ເພື່ອເຮັດໃຫ້ເນື້ອໃນທີ່ຈະເຂົ້າຜ່ານໃນກອງປະຊຸມຮັບປະກັນຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ແລະ ເຮັດໃຫ້ຂອດການປະສານງານ, ການສະໜອງຂໍ້ມູນຕ່າງໆ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ສຳເລັດຕາມແຜນການທີ່ວາງໄວ້ ພ້ອມທັງສົ່ງເນື້ອໃນເອກະສານຕ່າງໆໃຫ້ຄະນະປະຈຳສະພາປະຊາຊົນແຂວງຄົ້ນຄວ້າ, ພິຈາລະນາ ແລະ ນຳເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II, ຊຶ່ງຕາມແຜນຄາດຄະເນແມ່ນຈະດໍາເນີນໃນລະຫວ່າງວັນທີ 26 – 27 ກໍລະກົດ 2023 ທີ່ຈະມາເຖິງນີ້.