ອົງການປົກຄອງແຂວງ ຈັດກອງປະຊຸມ ເປີດກວ້າງ 6 ເດືອນຕົ້ນປີ 2023

ວັນທີ 7 ກໍລະກົດ ອົງການປົກຄອງແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ເປີດກ້ວາງ 6 ເດືອນຕົ້ນປີ 2023 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ມີບັນດາທ່ານຮອງເຈົ້າແຂວງ, ເຈົ້າເມືອງ ແລະສະມາຊິກຂອງອົງການປົກຄອງແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນລົງເລິກຕີລາຄາສະພາບການຈັດຕັ້ງວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ໃນໄລຍະ 6 ເດືອນມາ, ກຳນົດທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍ ປີ 2023 ເພື່ອເສີມຂະຫຍາຍ, ຍົກເອົາບັນຫາທີ່ຍັງຄົງຄ້າງ ເພື່ອຊອກໃຫ້ເຫັນບັນຫາ, ສາເຫດ ແລະ ກຳນົດທິດທາງປັບປຸງແກ້ໄຂໃຫ້ຖືກຕ້ອງ ແນໃສ່ເຮັດໃຫ້ການເຄື່ອນໄຫວຊີ້ນຳ-ນຳພາຂອງອົງການປົກຄອງແຂວງ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ມີປະສິດທິຜົນສູງຂຶ້ນກວ່າເກົ່າ ແລະ ບັນລຸຜົນສຳເລັດຕາມແຜນທີ່ວາງໄວ້.
ພ້ອມດຽວກັນໃນກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ລົງເລິກ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມຂອງຂະແໜງການຈໍານວນໜຶ່ງ.
ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານກ່ຽວກັບການ ຮ່າງນິຕິກຳລຸ່ມກົດໝາຍ ຈຳນວນໜຶ່ງ ເພື່ອຄົ້ນຄວ້າ ປະກອບຄຳຄິດຄຳເຫັນໃຫ້ລະອຽດ, ຮັບປະກັນດ້ານເນື້ອໃນ ກ່ອນທີ່ນຳສະເໜີຕໍ່ຄະນະປະຈຳສະພາປະຊາຊົນແຂວງ ເພື່ອພິຈາລະນານຳເຂົ້າຜ່ານຢູ່ກອງປະຊຸມສະໄໝສາມັນເທື່ອ ທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ພິຈາລະນາຮັບຮອງ.
ຕະຫຼອດໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ອົງການປົກຄອງແຂວງ ໄດ້ສຸມໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ໃນສະພາບແວດລ້ອມທີ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ມີຄວາມຫຍຸ້ງຍາກສັບສົນ, ມີທັງກາລະໂອກາດ ເອື້ອອຳນວຍ ແລະ ສິ່ງທ້າທາຍຫຼາຍດ້ານ. ສຳລັບຢູ່ພາຍໃນປະເທດ ກໍຄື ແຂວງອຸດົມໄຊ ຍັງສືບຕໍ່ປະເຊີນໜ້າກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າຖີບຕົວສູງຂຶ້ນ, ນໍ້າມັນ ເຊື້ອໄຟແພງ, ພະຍາດໄຂ້ຍຸງລາຍ ແລະ ພະຍາດໂຄວິດ-19 ລະບາດ, ໄຟລາມປ່າ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຍັງສືບຕໍ່ເກີດຂຶ້ນໃນສັງຄົມ. ເຊິ່ງບັນຫາເຫຼົ່ານັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດ ຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ແລະ ເປັນສິ່ງທ້າທາຍຕໍ່ການເຄື່ອນໄຫວວຽກງານຂອງ ອົງການປົກຄອງແຂວງ. ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງພັກ-ລັດຖະບານ ແລະ ການຊຸກຍູ້, ຕິດຕາມກວດກາ ຢ່າງເປັນປົກກະຕິຂອງສະພາປະຊາຊົນແຂວງ ແລະ ການຮ່ວມມືຊ່ວຍເຫຼືອໃນລະດັບທ້ອງຖິ່ນຂອງບັນດາປະເທດ ອ້ອມຂ້າງ ບວກໃສ່ກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງອົງການປົກຄອງແຂວງ ຈຶ່ງເຮັດໃຫ້ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ IX ປະຈຳປີ 2023, ແຜນຍຸດທະສາດພັດທະນາ 4 ໃຈກາງ ແລະ 2 ວາລະແຫ່ງຊາດ ໄດ້ ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເຮັດໃຫ້ທົ່ວແຂວງ ຍັງຮັກສາໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການ ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.