ກອງປະຊຸມອົງການປົກຄອງແຂວງ 6 ເດືອນ ຕົ້ນປີ 2021

ກອງປະຊຸມ ອົງການປົກຄອງແຂວງອຸດົມໄຊ ເປີດກວ້າງ ປະຈໍາ 6 ເດືອນຕົ້ນປີ 2021 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ມີຮອງເຈົ້າແຂວງ, ຫົວຫນ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ສະພາປະຊາຊົນແຂວງ, ເຈົ້າເມືອງ 7 ເມືອງ, ສະພາການຄ້າ ແລະອຸດສະຫະກຳແຂວງ ເຂົ້າຮ່ວມ.ກອງປະຊຸມ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານທີ່ສໍາຄັນຂອງອົງການປົກຄອງແຂວງ ໃນໄລຍະ 6 ເດືອນຕົ້ນປີ 2021 ໂດຍສະເພາະແມ່ນຕີລາຄາຜົນສໍາເລັດ, ດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ວາງທິດທາງແຜນການຈຸດສູມ ໃນໄລຍະ 6 ເດືອນທ້າຍປີ 2021. ນອກຈາກນີ້ ຍັງຮັບຟັງການນໍາສະເຫນີບັນດາເນື້ອໃນເອກະສານສໍາຄັນຈໍານວນຫນື່ງ ເປັນຕົ້ນແມ່ນ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021, ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021, ລາຍງານວຽກງານຈຸດສຸມຂອງຂົງເຂດກະສິກໍາ-ປ່າໄມ້ ໄລຍະ 6 ເດືອນຕົ້ນປີ ແລະ ແຜນຈຸດສູມທ້າຍປີ2021, ການຮັບມືກັບໄພພິບັດ, ການປ້ອງກັນ ແລະ ປິ່ນປົວພະຍາດພືດ-ສັດ, ລາຍງານການກະກຽມສ້າງ ແລະ ວາລະສະເຫນີສະພາຮັບຮອງ ບັນດານິຕິກຳລຸ່ມກົດຫມາຍຂອງອົງການປົກຄອງແຂວງໄລຍະ 5 ປີ (2021-2025), ລາຍງານການກະກຽມແຜນຜັງ ແລະ ໂຄງການກໍ່ສ້າງທາງເຂົ້າສູ່ສະຖານີລົດໄຟ ເມືອງໄຊ.ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກຫຼາຍພາກສ່ວນຕໍ່ບັນດາເນື້ອໃນເອກະສານ ຢ່າງກົງໄປກົງມາ ແລະ ເລິກເຊິ່ງ ເພື່ອນໍາໄປປັບປຸງເນື້ອໃນເອກະສານໃຫ້ຄົບຖ້ວນ ແລະ ອຸດົມສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໄດ້.