ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7-8 ປີ 2021

ກອງປະຊຸມອົງການປົກຄອງແຂວງອຸດົມໄຊ ປະຈຳເດືອນ 7-8 ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ, ມີຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການ ອົງການທຽບເທົ່າ ຂັ້ນແຂວງ ເຂົ້າຮ່ວມ.ກອງປະຊຸມແມ່ນໄດ້ຮັບຟັງການລາຍງານບາງສະພາບການທີ່ເປັນບັນຫາເປົ້າໝາຍໃນການແກ້ໄຂ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນປັຈຸບັນ ແລະ ແຜນຮັບມືໃນຕໍ່ໜ້າ, ຮັບຟັງການລາຍງານສະພາບການແກ້ໄຂບັນຫາຮ້ານກິນດື່ມ, ຮ້ານກັບແກ້ມ, ຮ້ານເຫຼົ້າ-ເບຍ ແລະ ຮ້ານບັນເທີງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດການກຳນົດ ແລະ ແກ້ໄຂພື້ນທີ່ພູໂທ້ເປັນປ່າສະຫງວນຂອງແຂວງ, ຮັບຟັງການລາຍງານການຄຸ້ມຄອງຕົ້ນໄມ້ປະດັບທີ່ປູກລຽບຕາມແຄມທາງໃນເທດສະບານແຂວງ ແລະ ການປົກປັກຮັກສາຄວາມສະອາດໃນເຂດເທດສະບານຕົວເມືອງໄຊ ແລະ ຮັບຟັງການລາຍງານການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ການສົ່ງອອກສິນຄ້າປະເພດແຮ່ທາດ, ສິນຄ້າກະສິກຳ, ເຄື່ອງປ່າຂອງດົງ ແລະ ອື່ນໆ ສົ່ງໄປ ສປ ຈີນ ໃນນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃນການແກ້ໄຂບັນຫາຕ່າງໆ ຕາມການເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເຮັດບັນຫາຂໍ້ຄົງຄ້າງໃນການປະຕິບັດວຽກງານຕ່າງທີ່ກອງປະຊຸມສະເໜີຂຶ້ນໃຫ້ໄດ້ຮັບການແກ້ໄຂ ແລະ ມີຜົນສຳເລັດດີຂຶ້ນເປັນກ້າວໆ.

ນອກຈາກນີ້ ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ຂໍ້ສະເໜີຂອງພະແນກການ, ອົງການ ປະຈຳເດືອນ 7-8 ປີ 2021 ນີ້ ແລະ ບັນຫາໜຶ່ງທີ່ສຳຄັນ ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປຶກສາຫາລືໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຢາເສບຕິດ ແລະ ບັນຫາເສດຖະກິດ-ການເງິນ.

ຂ່າວ: ສີຈັນ ເກດວົງສາ