ຫ້ອງວ່າການແຂວງ ເຊື່ອມຊຶມ ມະຕິ XI ຂອງພັກ ແລະ ມະຕິ IX ອົງຄະນະພັກແຂວງອຸດົມໄຊ

ກອງປະຊຸມ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງອຸດົມໄຊ ໃຫ້ແກ່ ພະນັກງານຫລັກແຫລ່ງ ຂອງຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 25 ມີຖຸນາ 2021 ທີ່ຫ້ອງປະຊຸມ ຫ້ອງວ່າການ ໂດຍການເຜີຍແຜ່ເຊື່ອມຊຶມຂອງ ສະຫາຍ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວຫນ້າຫ້ອງວ່າການແຂວງ. ການເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງອຸດົມໄຊ ລວມທັງ ເອກະສານທີ່ຕິດພັນຈໍານວນຫນຶ່ງ ກໍຄື ແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ ແລະ ຂອງແຂວງ 5 ປີ. ເຊິ່ງການເຊື່ອມຊຶມ ແລະ ຜັນຂະຫຍາຍ ກໍເພື່ອເຮັດໃຫ້ສະມາຊິກພັກ,ພະນັກງານພາຍໃນຫ້ອງວ່າການແຂວງ ຮັບຮູ້, ເຂົ້າໃຈ ຢ່າງລະອຽດ ຕໍ່ກັບເນື້ອໃນມະຕິດັ່ງກ່າວ ກໍຄື ທິດທາງແຜນການ, ບັນດາຄາດຫມາຍສູ້ຊົນອັນລວມ ແລະ ພ້ອມກັນນຳໄປ ຈັດຕັ້ງ ຜັນຂະຫຍາຍ ເຂົ້າສູ່ວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເຮັດໃຫ້ການດຳເນີນວຽກງານມີປະສິດທິພາບ, ມີຜົນສຳເລັດ ແລະ ໄປໃນທິດທາງດຽວກັນ. ໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ສະແດງຄວາມຄິດເຫັນ ຕໍ່ກັບບາງບັນຫາ ທີ່ຂຶ້ນກັບຄວາມຮັບຜິດຊອບ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຕໍ່ຫນ້າ ຖືກຕ້ອງຕາມແນວທາງທີ່ພັກ ໄດ້ກຳນົດໄວ້. ກອງປະຊຸມ ສະຫາຍ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວຫນ້າຫ້ອງວ່າການແຂວງ ໄດ້ມີຄຳເຫັນອະທິບາຍຄືນບາງບັນຫາໃຫ້ຈະແຈ້ງ ພ້ອມທັງເນັ້ນຫນັກໃຫ້ທຸກພາກສ່ວນ ຈັດຕັ້ງປະຕິບັດຕາມເນື້ອໃນທີ່ໄດ້ເຊື່ອມຊຶມໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດຫມາຍ. ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນຳ ຕະຫຼອດຮອດສະມາຊິກພັກ-ພະນັກງານພາຍໃນຫ້ອງວ່າການແຂວງ.