ພິທີ ປະກາດແຕ່ງຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າໜ້າຜູ້ເກົ່າ ແລະ ຜູ້ໃຫມ່ 3 ພາກສ່ວນ

ພິທີປະກາດແຕ່ງຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າໜ້າຜູ້ເກົ່າ ແລະ ຜູ້ໃຫມ່ ໃຫ້ 3 ພາກສ່ວນ ຄື: ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກການຕ່າງປະເທດແຂວງ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ່ 19 ພຶດສະພານີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະຄະປະຈຳພັກແຂວງ, ກຳມະການພັກແຂວງ, ແຂກເຊີນ ແລະ ພະນັກງານຈາກສາມພາກສ່ວນ ເຂົ້າຮ່ວມ.

 ພີທີ ທ່ານ ນາງ ລີຈັນ ສີສຸທຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ  ໄດ້ຂື້ນຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຄື: ຕົກລົງແຕ່ງຕັ້ງ ທ່ານ ນາງ ອໍາໄພວອນ ປັນຍາລັກ ເປັນຫົວໜ້າຫ້ອງວ່າການແຂວງ, ຕົກລົງແຕ່ງຕັ້ງ ທ່ານ ຈໍາປາ ສີດາຄໍາ ເປັນຫົວໜ້າພະແນກການຕ່າງປະເທດ, ຕົກລົງແຕ່ງຕັ້ງ ທ່ານ ວົງໄຊ ຊົງເພຍຢາງຊື ເປັນຮອງຫົວໜ້າຫ້ອງວ່າການແຂວງ ແລະ ຕົກລົງແຕ່ງຕັງ ທ່ານ ບຸນມີນາ ຂັນທະຍົງທອງ ເປັນຮອງຫົວໜ້າພະແນກການຕ່າງປະເທດ. ພ້ອມນີ້ ຄະນະປະຈຳພັກແຂວງຍັງໄດ້ຕົກລົງແຕ່ງຕັ້ງ ສະຫາຍ ສຸຫວັດ ມະຫາວົງສະນັ່ນ ເປັນເລຂາໜ່ວຍຄະນະຈັດຕັ້ງແຂວງ, ເປັນຫົວໜ້າຄະນະຈັດຕັ້ງແຂວງ, ຄະນະປະຈຳພັກແຂວງຕົກລົງ ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ສະຫາຍ ຄຳດີ ວົງລ້ອມ ໄປປະຈຳການຢູ່ສະພາປະຊາຊົນແຂວງ, ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ສະຫາຍ ຈຳປາ ສີດາຄຳ ໄປປະຈຳການຢູ່ພະແນກການຕ່າງປະເທດ, ແຕ່ງຕັ້ງ ສະຫາຍ ອຳໄພວອນ ປັນຍາລັກ ເປັນເລຂາຄະນະພັກຮາກຖານ ຫ້ອງວ່າການປົກຄອງແຂວງ, ແຕ່ງຕັ້ງ ສະຫາຍ ຈຳປາ ສິດາຄຳ ເປັນເລຂາໜ່ວຍພັກພະແນກການຕ່າງປະເທດ. ຈາກນັ້ນ ທັງສາມພາກສ່ວນຍັງໄດ້ຂື້ນຜ່ານບົດບັນທຶກ  ແລະ ມອບ-ຮັບ ໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງລົງນາມໃນບົດບັນທຶກ ມອບ-ຮັບ ໜ້າທີ່.

ໂອກາດນີ້ ທ່ານເຈົ້າແຂວງໆອຸດົມໄຊ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊີ່ງທ່ານໄດ້ກ່າວວ່າ: ນີ້ມັນເປັນເຫດການປົກກະຕິຂອງການຈັດຕັ້ງທີ່ຈະຕ້ອງມີການສັບປ່ຽນບ່ອນປະຈຳການ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ ແລະ ຕາມຍຸກຕາມສະໄໝ, ດັ່ງນັ້ນ ຜູ້ທີ່ໄປຮັບຜິດຊອບວຽກໃໝ່ກໍ່ຕ້ອງສືກສາຮ່ຳຮຽນ ກຳແໜ້ນບັນດາໜ້າວຽກທີ່ຕົນເອງຮັບຜິດຊອບໃຫ້ເລິກເຊີ່ງ ແລະ ພະນັກງານໃນພະແນກການ ອົງການນັ້ນ ກໍ່ຕ້ອງໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ວຽກງານຢ່າງເຕັມທີ່ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ແມ່ນໄດ້ຜ່ານການທົດສອບ, ຜ່ານການຄົ້ນຄ້ວາ ຫຼາຍລົບຫຼາຍຕ່າວຈາກຄະນະພັກ, ເປັນບຸກຄົນທີ່ມີມາດຖານເງື່ອນໄຂ ເໝາະສົມ ແລະ ເຊື່ອແນ່ວ່າຈະເປັນທີ່ຍອມຮັບຈາກບັນດາພະນັກງານຮ່ວມງານເປັນຢ່າງດີ.