ກອງປະຊຸມຄົບຄະນະບໍລິຫານງານພັັແຂວງ ຄັ້ງທີ IV ສະໄຫມທີ IX

ກອງປະຊຸມ ຄົບຄະນະ ສະໄຫມສາມັນ ຄັ້ງທີ 4 ສະໄຫມທີ IX ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ. ກອງປະຊຸມ ໄດ້ສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ 2021 ເຊິ່ງຈະໄດ້ພອ້ມກັນຕີລາຄາຜົນສໍາເລັດ, ດ້ານດີ ຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ວາງທິດທາງແຜນການຈຸດສຸມ ໃນໄລຍະ 6 ເດືອນທ້າຍປີ 2021. ເຊິ່ງຕະຫຼອດໄລຍະ 6 ເດືອນຜ່ານມາ ພາຍໃຕ້ການ ຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຄະນະບໍລິຫານງານພັກແຂວງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງແຂວງ ໄດ້ເຮັດໃຫ້ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີເປັນເອກະພາບ ແລະ ສະຫນັບສະຫນູນຕໍ່ກັບການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ມີຄວາມສະຫງົບທາງດ້ານການເມືອງແນວຄິດ, ມີສະຕິສູງ ແລະ ຕື່ນຕົວເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ຄວາມຮັບຜິດຊອບຂອງຕົນ, ປະກອບສ່ວນເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ກອງປະຊຸມຍັງໄດ້ພ້ອມກັນຮັບຟັງການນໍາສະເຫນີບັນດາເນື້ອໃນເອກະສານສໍາຄັນຈໍານວນຫນື່ງ ຄື: ການຊີ້ນໍາ- ນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021, ລາຍງານຫຍໍ້ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ຂອງອົງການປົກຄອງແຂວງ, ລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021, ລາຍງານບັ້ນຫັນລົງກໍ່ສ້າງຮາກຖານການເມືອງ ໄລຍະ 6 ເດືອນ ຢູ່ 7 ບ້ານຈຸດສຸມຂອງ 7 ເມືອງ, ຮັບຟັງລາຍງານການຈັດຕັ້ງເຊື່ອມຊຶມ ມະຕິ XI ຂອງພັກ, ມະຕິ IX ຂອງແຂວງ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຂອບເຂດທົ່ວແຂວງ, ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານກວດກາແຂວງ, ເຊື່ອມຊຶມມະຕິກົມການເມືອງສູນກາງພັກ 2 ສະບັບ ຄື: ເລກທີ 25 ວ່າດວ້ຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃຫມ່ ແລະ ເລກທີ 206 ວ່າດວ້ຍການ ຍົກສູງຄຸນນະພາບວຽກງານການເມືອງແນວຄິດໃນໄລຍະໃຫມ່.