ໃນຕອນແລງ, ວັນທີ 03 ພະຈິກ 2021 ທີ່ຜ່ານມາ ຢູ່ທີ່ຫ້ອງວ່າການແຂວງອຸດົມໄຊທາງບໍລິສັດແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ Namkat Yorlapa ໄດ້ມອບເຄື່ອງຊ່ວຍເຫຼືອເປັນນ້ຳດື່ມ ຈຳນວນ 1.000 ແພັກ ລວມເປັນມູນຄ່າ 35.000.000 ກີບ ໃຫ້ແກ່ແຂວງອຸດົມໄຊເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ, ສະກັດກັ້ນ, ຄວບຄຸມ, ແກ້ໄຂແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງອຸດົມໄຊ ຕາງໜ້າ ໃຫ້ທາງບໍລິສັດ ມອບໂດຍ ທ່ານ ນາງ ສະຖາພອນ ລາດສະວົງ ແລະ ຕາງໜ້າໃຫ້ການນຳແຂວງ ຮັບໂດຍ ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າຄະນະກຳມະການບໍລິຫານ ແລະ ການເງິນ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ19 ຂັ້ນແຂວງ.
ບໍລິສັດແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ Namkat Yorlapa ມອບນ້ຳດື່ມຈຳນວນ 1000 ແພັກ ໃຫ້ແຂວງອຸດົມໄຊໃນວຽກງານການຕ້ານພະຍາດໂຄວິດ-19
