ວັນທີ 27 ເມສາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຕ້ອນຮັບໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະການນຳແຂວງ, ໃນວັນດຽວກັນນີ້ທ່ານລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງຂະແໜງການເງິນ ແລະ ຄະນະພັກອົງການປົກຄອງເມືອງ ຄະນະຫ້ອງການການເງິນບັນດາເມືອງພາຍໃນແຂວງອຸດົມໄຊ ໃນນັ້ນທ່ານພ້ອມດ້ວຍຄະນະກໍ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງົບປະມານ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈັດຕັ້ງປະຕິບັດ 9 ເດືອນທ້າຍປີ 2022 ໂດຍຫຍໍ້ ເຊິ່ງໄດ້ໃຫ້ຮູ້ເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງຂະແຫນງການເງິນສໍາເລັດໂດຍພື້ນຖານສອດຄ່ອງຕາມຂັ້ນຕອນ ແລະ ລະບຽບຫລັກການດ້ານການຈັດຕັ້ງງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງຫມົດ 36,42 ຕື້ກີບ ເທົ່າກັບ 25,36% ຂອງແຜນການປີ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກົງຈັກ ແລະ ວຽກງານຈັດເກັບລາຍຮັບ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແຫນງການເງິນອັນທີ່ພົ້ນເດັ່ນ,ການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ມາຮອດປັດຈຸບັນມີຍານພາຫະນະມາແຈ້ງຂື້ນບັນຊີສະຖິຕິທັງໝົດ520 ຄັນ ແລະ ກົນຈັກໜັກທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 85 ຄັນ. ປັດຈຸບັນໄດ້ແກ້ໄຂແລ້ວ 519 ຄັນ. ຄຽງຄູ່ກັນນີ້ກໍ່ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກວ່າດ້ວຍ ການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ, ການຈັດຕັ້ງປະຕິບັດ ການປະຢັດ ແລະ ຕ້ານການຟູມເຟືອຍ ພ້ອມທັງໄດ້ຍົກໃຫ້ຮູ້ເຖິງດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນໄລຍະ 9 ເດືອນທີ່ຂະແໜງການເງິນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ. ນອກຈາກນີ້ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ກ່ຽວກັບສະພາບດ້ານດີ ດ້ານອ່ອນຂໍ້ຄົງຄ້າງກ່ຽວກັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ຈາກຄະນະນຳຂັ້ນເມືອງ ຄະນະຮັບຜິດຊອບການຈັດເກັບລາຍຮັບ ແລະ ການແກ້ໄຂບັນຫາລົດທີ່ນຳເຂົ້າບໍ່ຖືກຕ້ອງຈາກຄະນະຮັບຜິດຊອບ. ໃນໂອກາດນີ້ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນກໍ່ໄດ້ມີບາງຄຳເຫັນພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຂະແໜງການເງິນ ເພື່ອສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ສູ້ຊົນຈັດຕັ້ງປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ຈັດຕັ້ງແຜນລາຍຮັບ-ລາຍຈ່າຍງົບປະມານປະຈຳປີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າ ໂດຍໄດ້ເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ສູ້ຊົນຈັດເກັບລາຍຮັບຕາມເງື່ອນໄຂ ໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ ຄຽງຄູ່ກັນນັ້ນກໍ່ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແໜງການເງິນໃຫ້ໄດ້ຮັບຜົນດີ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເໝາະສົມ ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ.
ບົດຄວາມທີ່ໜ້າສົນໃຈ
ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ມອບເງິນຊ່ວຍເຫຼືອໃຫ້ແຂວງອຸດົມໄຊ 50.000.000 ກີບ
ຕອນເຊົ້າວັນທີ 14 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວມອບເງິນໃຫ້ແຂວງອຸດົມໄຊ ຈຳນວນເງິນ…
ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ
ລະຫວ່າງ ວັນທີ 22 – 23 ມັງກອນ 2024 ນີ້ ທ່ານ ບຸນທອງ…
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ຢ້ຽມຢາມແຂວງອຸດົມໄຊ
ໃນຕອນເຊົ້າ ວັນທີ 9 ກຸມພາ 2022 ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ…