ຕອນເຊົ້າວັນທີ 14 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວມອບເງິນໃຫ້ແຂວງອຸດົມໄຊ ຈຳນວນເງິນ 50.000.000 ກີບ ຕາງໜ້າມອບແມ່ນ ທ່ານ ນາງ ວິພາພອນ ກອນສິນ ປະທານບໍລິສັດລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ແລະ ເປັນກຽດຕາງໜ້າຮັບແມ່ນ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງ ຈຸດປະສົງໃນການມອບເງິນດັ່ງກ່າວນີ້ແມ່ນເພື່ອໃຊ້ເຂົ້າໃນການແກ້ໄຂ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນທີ່ດຳລົງຊີວິດຢູ່ພາຍໃນແຂວງ ໃຫ້ມີຢູ່ມີກິນ ແລະ ລຸດຜົນອອກຈາກຄວາມທຸກຍາກ.
ບົດຄວາມທີ່ໜ້າສົນໃຈ
ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ເມືອງປາກແບງ
ວັນທີ 5 ສິງຫານີ້ ທ່ານ ບຸງຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ…
ປະທານສູນກາງແນວລາວສ້າງຊາດ ຢ້ຽມຢາມ ເຮັດວຽກ ແລະ ຊ່ວຍເຫຼືອ ແຂວງອຸດົມໄຊ
ວັນທີ 19 ກັນຍາ 2022 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສູນກາງແນວລາວສ້າງຊາດ…
ອຸດົມໄຊ ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ
ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງອຸດົມໄຊ ໃນຫົວຂໍ້ (ເພີ່ມທະວີການນຳພາຂອງອົງຄະນະພັກແຂວງ, ສ້າງການຫັນປ່ຽນໃໝ່ວຽກງານການເມືອງ-ແນວຄິດ ຢ່າງແຂງແຮງ) ຈັດຂຶ້ນ ຫວ່າງວັນທີ 8–9…