ໄລຍະ 9 ເດືອນຜ່ານມາ ຄະນະພັກ, ຄະນະນຳຂອງຂະແຫນງການເງິນ, ພະແນກການເງິນ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບງົບປະມານ ປະຈຳປີ 2021 ຢ່າງຕັ້ງຫນ້າ ເພື່ອໃຫ້ບັນລຸຕາມລະດັບຄາດຫມາຍ ແຕ່ການຈັດເກັບຕົວຈິງບໍ່ສາມາດປະຕິບັດໄດ້ຕາມແຜນ ເຊິ່ງໄດ້ພຽງແຕ່ 54,14% ຂອງແຜນການປີ 2021 ເທົ່ານັ້ນ. ອີງຕາມການລາຍງານຂອງ ທ່ານ ປອ ສຸລິຍາ ສຸພິທັກ ຫົວຫນ້າພະແນກການເງິນ ແຂວງອຸດົມໄຊ ໃນກອງປະຊຸມ ສ່ອງແສງລາຍງານວຽກງານອົງການປົກຄອງແຂວງອຸດົມໄຊ ໃນທ້າຍອາທິດຜ່ານມາ ເຫັນວ່າ: ໃນໄລຍະ 9 ເດືອນຜ່ານມານີ້ ແຂວງອຸດົມໄຊ ສາມາດຈັດເກັບລາຍຮັບໄດ້ທັງຫມົດ 76,99 ຕື້ກີບ ຫລື ເທົ່າກັບ 54,14% ຂອງແຜນການປີ (ຕົວເລກແຜນການຈັດເກັບລາຍຮັບປີ 2021 ແມ່ນ 142,20 ຕື້ກີບ) ທຽບໃສ່ປີຜ່ານມາ ເທົ່າກັບ 91,71% ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ທັງຫມົດ 2,53 ຕື້ກີບ ເທົ່າກັບ 16,84% ຂອງແຜນປີ (ຕົວເລກແຜນປີ ແມ່ນ 15 ຕື້ກີບ), ລາຍຮັບຈາກພາສີ 2,09 ຕື້ກີບ ແລະ ລາຍຮັບຈາກການຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ 0,44 ຕື້ກີບ. ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ທັງຫມົດ 74.46 ຕື້ກີບ ເທົ່າກັບ 58,54% ຂອງແຜນປີ (ແຜນປີແມ່ນ 127,20 ຕື້ກີບ) ໃນນີ້ ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ທັງຫມົດ 64,65 ຕື້ກີບ, ຄຸ້ຄອງຊັບສິນຂອງລັດ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ 9,81 ຕື້ກີບ.ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບງົບປະມານແຫ່ງລັດ ຕະຫຼອດໄລຍະ 9 ເດືອນຜ່ານມານີ້ ບໍ່ໄດ້ຕາມແຜນ ກໍເນື່ອງມາຈາກຫລາຍປັດໃຈ ໂດຍສະເພາະແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງໃນການຈັດເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍບໍ່ໄປຕາມຈັ່ງຫວະ, ເຮັດໃຫ້ສະພາບເສດຖະກິດ ໂດຍລວມມີຄວາມຫຍຸ້ງຍາກ ແລະ ບໍ່ໄປຕາມທິດທາງແຜນການທີ່ກຳນົດໄວ້ ເຊິ່ງເຫັນໄດ້ຈະແຈ້ງຈາກການວິເຄາະເບື້ອງຕົ້ນ ກ່ຽວກັບຕົວເລກລາຍຮັບຂອງບັນດາເມືອງ ແລະ ຂະແຫນງການ ແມ່ນບໍ່ໄດ້ຕາມແຜນ. ຄາດຄະເນຫມົດປີ ຈະປະຕິບັດໄດ້ພຽງ 79,23% ຂອງແຜນການປີເທົ່ານັ້ນ.
ບົດຄວາມທີ່ໜ້າສົນໃຈ
5 ປີຜ່ານມາ ເສດຖະກິດແຂວງ ອຸດົມໄຊ ຂະຫຍາຍຕົວ 10,74%
ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການພັກແຂວງ ຫົວໜ້າພະແນກ ແຜນການແລະການລົງທຶນແຂວງອຸດົມໄຊ ໄດ້ລາຍງານຕໍ່ກອງປະຊຸມຄັ້ງປະຖົມະລຶກຂອງສະພາປະຊາຊົນແຂວງທີ່ໄດ້ດຳເນີນລະຫວ່າງ ວັນທີ 17-18 ມິຖຸນາ…
6 ເດືອນ ຕົ້ນປີ 2021 ແຂວງອຸດົມໄຊ ສາມາດປະຕິບັດງົບປະມານເຂົ້າໃນການລົງທຶນໄດ້ທັງຫມົດ 545,14 ຕື້ກີບ ຫລື ເທົ່າກັບ 57,19% ຂອງແຜນການປີ
ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້ ສະພາບການເຄື່ອນໄຫວວຽກງານການລົງທຶນ ທັງຂອງພາກລັດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ, ຂອງພາກເອກະຊົນ ທັງພາຍໃນ…
ແຂວງອຸດົມໄຊ ກຳນົດເອົາ 5 ຈຸດສຸມ ໃນການແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງອຸດົມໄຊ ໄດ້ກໍານົດເຂົ້າໃນກອງປະຊຸມ ສະໄຫມທີ IX ຂອງຄະນະບໍລິຫານງານພັກແຂວງ.ພ້ອມທັງ ຈັດຕັ້ງປະຕິບັດ ໃນປີ…