ເພື່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ແຂວງອຸດົມໄຊໃຫ້ມີຄວາມປອດໄພ ມາໃນລະຫວ່າງວັນທີ 27-28 ເມສານີ້ ຫລາຍພາກສ່ວນ ໄດ້ນຳເອົາເງິນສົດແລະນ້ຳດຶ່ມມາມອບໃຫ້ແກ່ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ19ແຂວງອຸດົມໄຊ. ໃນນີ້ລວມມີ ທະນາຄານແຫ່ງ ສປປ ລາວ ພາກເໜືອສາຂາແຂວງອຸດົມໄຊ ມອບເງິນສົດ 10,000,000 ກີບ, ໂຮງງານດິນຈີ່ເກດທະລາ ມອບເງິນສົດ 5,000,000 ກີບ,ຮ້ານກ້ວາງຮາວຂາຍເຄື່ອງອາໄລ່ລົດຈັກ ມອບເງິນສົດ5,000,000 ກີບ, ບໍລິສັດສີໃສ ຮ້ານເລົາຢີ ມອບເງິນສົດ 5,000,000 ກີບ, ບໍລິສັດ ສາລິກາ ຂາອອກ-ຂາເຂົ້າ ຈຳກັດ ມອບນ້ຳດື່ມ ຈຳນວນ 500 ແພັກ ມູນຄ່າ 17,500,000 ກີບ. ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ຮັກສາການເຈົ້າແຂວງອຸດົມໄຊພ້ອມດ້ວຍການນຳແຂວງແລະຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມຮັບ. ສຳລັບ ການຊ່ວຍເຫລືອຄັ້ງນີ້ ທາງຄະນະສະເພາະກິດຂັ້ນແຂວງແມ່ນຈະໄດ້ນຳໄປຫມູນໃຊ້ເຂົ້າໃນວຽກງານການປ້ອງກັນແລະແກ້ໄຂການລະບາດພະຍາດໂຄວິດ19ຢູ່ພາຍໃນແຂວງອູດົມໄຊໃຫ້ທັນການ. ລວມພະລັງນ້ຳໃຈຊາວແຂວງອຸດົມໄຊຕ້ານໂຄວິດ19
ບົດຄວາມທີ່ກ່ຽວຂ້ອງ

ເມືອງປາກແບງ ເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ
ພິທີ ເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ ຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເມືອງປາກແບງ, ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2022…

ວັດພະເຈົາສິ່ງຄຳ ຄະນະ ອພສ ເມືອງຫຼາ ມອບນ້ຳດື່ມໃຫ້ຄະນະສະເພາະກິດແຂວງ
ວັນທີ 8 ກັນຍາ 2021 ຄະນະ ອພສ ເມືອງຫຼາ (ວັດພະເຈົ້າສິງຄຳ ເມືອງຫຼາ) ມອບນ້ຳດື່ມ ຈຳນວນ 50 ແກັດ ມູນຄ່າ 1.250.000 ກີບ (ໜຶ່ງລ້ານສອງແສນຫ້າສິບພັນກີບ ໃຫ້ຄະນະສະເພາະກິດ ຕ້ານ ແລະ…

ຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງອຸດົມໄຊ ລົງມອບເຄື່ອງ ອຸປະໂພກ – ບໍລິໂພກ ໃຫ້ເຈົ້າຫນ້າທີ່ປ້ອງກັນ ຢູ່ສູນກັກກັນ ແລະ ຈຸດກວດ ຕ່າງໆພາຍໃນແຂວງ
ວັນທີ 10 ພະຈິກນີ້ ທ່ານ ລໍາພອນ ສະຫວັດດີ ຕາງຫນ້າຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງອຸດົມໄຊ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນຫນຶ່ງ ລົງມອບໃຫ້ເຈົ້າຫນ້າທີ່ ປກຊ…