ວັນທີ 10 ພະຈິກນີ້ ທ່ານ ລໍາພອນ ສະຫວັດດີ ຕາງຫນ້າຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງອຸດົມໄຊ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນຫນຶ່ງ ລົງມອບໃຫ້ເຈົ້າຫນ້າທີ່ ປກຊ – ປກສ ທີ່ກໍາລັງປະຕິບັດຫນ້າທີ່ໃນການປ້ອງກັນຢູ່ບັນດາຈຸດຕ່າງໆ ພາຍໃນເທດສະບານເມືອງໄຊ, ແຂວງອຸດົມໄຊ ໂດຍສະເພາະແມ່ນ ຈຸດກັກກັນ ແລະ ດ່ານກວດກາ ຄົນເຂົ້າ – ອອກ. ສໍາລັບເຄື່ອງອຸປະໂພກ-ບໍລິໂພກ ທີ່ຄະນະຮັບຜິດຊອບ ຮັບເຄື່ອງຊ່ວຍເຫຼືອ ນຳເອົາໄປມອບ ແມ່ນໄດ້ມາຈາກການອຸປະຖຳ ແລະ ຊ່ວຍເຫຼືອ ຂອງພາກລັດ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນ ພາຍໃນແຂວງ ແລະ ຊາວຕ່າງປະເທດ ເອົາມາປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19. ເຊິ່ງເຄື່ອງຈຳນວນດັ່ງກ່າວປະກອບມີ: ນໍ້າດື່ມ ຈໍານວນ 5 ແພັກ, ປ໋ອງປາ 9 ແພັກ, ຫມີ່ 9 ແກັດ, ໄຂ່ 9 ແຕະ, ຜ້າອັດປາກ-ດັງ ຈໍານວນ 20 ກັບ ແລະ ເຈວລ້າງມື 5 ກ໋ອງ. ມອບໃຫ້ແກ່ ຈຸດກັກກັນ ໂຮງຮຽນສາທາລະນະສຸກແຂວງ, ໂຮງແຮມເຢິນຕ້າ, ໂຮງແຮມມິດຕະພາບ, ໂຮງແຮມນ້ຳຫນຶ່ງ, ຈຸດກວດກາ ຄົນເຂົ້າ-ອອກ ບ້ານຫ້ວຍຂຸມ ແລະ ກອງພັນປ້ອງກັນເຄື່ອນທີ່. ສໍາລັບການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ ຢູ່ບັນດາຈຸດຕ່າງໆ ຍັງຈະສືບຕໍ່ຈົນກວ່າສະຖານະການ ການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງອຸດົມໄຊ ຈະເບົາບາງລົງ.
ບົດຄວາມທີ່ໜ້າສົນໃຈ
ແຂວງອຸດົມໄຊ ປ່ອຍປາ ຈຳນວນ 1 ແສນກ່ວາໂຕ ລົງແມ່ນ້ຳທຳມະຊາດ
ວັນທີ່ 13 ກໍລະກົດ 2023 ນີ້ ທີ່ວັງອະນຸລັກ ເຂດສະໜາມກິລາ ແຂວງ ໄດ້ຈັດພິທີ ປ່ອຍປາ…
ຜູ້ແທນແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຜູ້ແທນແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນຮຽນ ຮ່ວມມືຮອບດ້ານ
ວັນທີ 16 ກໍລະກົດ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີພົບປະ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ…
ເຈົ້າແຂວງອຸດົມໄຊ ຕິດຕາມ,ຊຸກຍູ້ ວຽກງານຮອບດ້ານ ຢູ່ເມືອງຮຸນ
ລະຫວ່າງວັນທີ 19 ຫາ 20 ມິຖຸນາ ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ…