ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫລາ ຄັ້ງທີ່ XI ໄດ້ເປີດຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ 19 ກັນຍາ ມາຮອດຕອນແລງຂອງວັນທີ 20 ກັນຍາ 2019 ກໍ່ໄດ້ອັດລົງດ້ວຍຜົນສໍາອັນຈົບງາມ, ໂດຍພາຍໄຕ້ການເປັນປະທານຂອງສະຫາຍ ຫຸມພັນ ບຸບຜາຄຳ ເລຂາພັກເມືອງ ເຈົ້າເມືອງໆຫລາ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆອຸດົມໄຊ,ສະຫາຍ ວັນໄຊ ຟອງສະຫວັນ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບຳນານອະດີດການນຳເມືອງ, ຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງຫລາ, ແຂກຮັບເຊີນທີ່ມາຈາກຂັ້ນແຂວງ ແລະ ບັນດາເມືອງຂອງແຂວງ ອຸດົມໄຊ, ເມືອງຂວາ ແຂວງຜົ້ງສາລີ, ເມືອງນໍ້າບາກ ແຂວງ ຫລວງພະບາງ ເຂົ້າຮ່ວມ.ໃນວາລະດຳເນີນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວົ້າຕີລາຄາຄືນການຈັດຕັ້ງປະຕິບັດແນວທາງປຽ່ນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກກໍ່ຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງເສີມຂະຫຍາຍດ້ານຕັ້ງໜ້າ, ຊອກຫາວິທີແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ຢ່າງພາວະວິໄສ ເພື່ອພ້ອມກັນກຳນົດທິດທາງ ໜ້າທີ່ໃນ 5 ປີຕໍ່ຫນ້າ. ແຕ່ນີ້ຮອດປີ 2024 ໂດຍແນ່ໃສ່ພັດທະນາເມືອງ ຫຼາ ໃຫ້ໄປຕາມ 4 ໃຈກາງຂອງແຂວງໄດ້ກຳນົດອອກເຊັ່ນ: ດ້ານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານການບໍລິການ-ທ່ອງທ່ຽວ ກອງປະຊຸມຄັ້ງນີ້ໄດ້ດຳເນີນການປອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 25 ສະຫາຍ,ຍິງ 3 ສະຫາຍ,ໃນນີ້ເລືອກເອົາ 21 ສະຫາຍ ອາຍຸສະເລ່ຍ 55 ປີ ແລະ ຕຳສຸດ 36 ປີ ຜູ້ແທນສົມບູນທີ່ມີສິດປອນບັດທັງໝົດ 89 ສະຫາຍ,ຍິງ 4 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກທັງໝົດໃນທົ່ວເມືອງ ຫຼາ ຈຳນວນ 1.210 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາສະຫາຍ ຫຸມພັນ ບຸບຜາຄຳ ເປັນເລຂາຄະນະບໍລິຫານງານພັກເມືອງ,ສະຫາຍ ວິໄລພອນ ຄຳມະນີ ແລະ ສະຫາຍ ນາງ ໄລວອນ ຈັນທະລາ ເປັນຮອງເລຂາພັກເມືອງ, ຕົກລົງເລືອກຕັ້ງເອົາປະທານ,ຮອງປະທານກວດກາພັກເມືອງ ໃນນີ້ຕົກລົງເລືອກເອົາ ສະຫາຍ ນາງ ໄລວອນ ຈັນທະລາ ເປັນປະທານ,ສະຫາຍ ວັນພອນ ຈັນມະນີ ແລະ ສະຫາຍ ສຸລິເທີມ ສີວິໄລ ເປັນຮອງ ເພື່ອສືບຕໍ່ຊີ້ນຳໆພາ ແລະ ແບກຫາບຄວາມຮັບຜິດຊອບໜ້າທີ່ການເມືອງຂອງພັກໃນການຕັ້ງຫນ້າປະຕິບັດແນວທາງປ່ຽນແປງໃຫມ່ຮອບດ້ານທີມີຫຼັກການລວມສູນປະຊາທິປະໄຕຂອງພັກ, ເອົາໃຈໃສ່ ຍົກສູງຄວາມ ສາມາດນໍາພາ, ສຸ່ມທຸກກໍາລັງແຮງ ສູ້ຊົນພັດທະນາເມືອງ ຫຼາກ້າວ ຂື້ນຢ່າງບໍຢຸດຢັ້ງ.
ບົດຄວາມທີ່ໜ້າສົນໃຈ
ກອງປະຊຸມອົງການປົກຄອງແຂວງ 6 ເດືອນ ຕົ້ນປີ 2021
ກອງປະຊຸມ ອົງການປົກຄອງແຂວງອຸດົມໄຊ ເປີດກວ້າງ ປະຈໍາ 6 ເດືອນຕົ້ນປີ 2021 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5…
ກອງປະຊຸມ ຄົບຄະນະພັກຮາກຖານ ຫ້ອງວ່າການແຂວງ ກາງສະໄຫມ ທີ III
ກອງປະຊຸມ ຄົບຄະນະພັກຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ກາງສະໄຫມ ທີ III ຈັດຂຶ້ນລະຫວ່າງວັນທີ 9-10 ພຶດສະພາ…
ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7-8 ປີ 2021
ກອງປະຊຸມອົງການປົກຄອງແຂວງອຸດົມໄຊ ປະຈຳເດືອນ 7-8 ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ…