ສຳເລັດ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງໄຊ ຄັ້ງທີ XIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຄັ້ງທີ XIII ພາຍຫລັງດຳເນີນມາເປັນເວລາສອງວັນ ມາໃນຕອນບ່າຍຂອງວັນທີ 31 ຕຸລາ 2019 ນີ້ກໍໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມຢູ່ທີ່ສະໂມສອນຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວາລີ ຈືນໍເຢັງ ເລຂາພັກເມືອງ ເຈົ້າເມືອງໆໄຊ . ເປັນກຽດເຂົ້າຮ່ວມມີສະຫາຍ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ. ມີ ຄະນະປະຈຳພັກແຂວງ, ຮອງເລຂາພັກເມືອງ, ພະນັກງານອາວຸໂສບຳນານ, ອະດິດການນຳເມືອງ, ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກຈຳນວນ 2.590 ສະຫາຍ, ຍິງ 612 ສະຫາຍທີ່ມາຈາກຄະນະພັກຮາກຖານແລະໜ່ວຍພັກທົ່ວເມືອງໄຊເຂົ້່າຮ່ວມທັງໝົດ 128 ສະຫາຍ, ຍິງ 9 ສະຫາຍ ພ້ອມດ້ວຍ ແຂກຮັບເຊີນທີ່ມາຈາກຂັ້ນແຂວງ ແລະ ບັນດາເມືອງຂອງແຂວງ ອຸດົມໄຊ, ເມືອງນ້ຳບາກ ແຂວງຫລວງພະບາງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ, ເຊິ່ງໄດ້ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງສະຫງ່າງາມຕາມຈຸດປະສົງ ແລະ ລະດັບຄາດໝາຍຂອງກອງປະຊຸມທີ່ໄດ້ກຳນົດໄວ້. ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນສໍາຄັນຄື: ພ້ອມກັນຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ V, ທິດທາງລວມ ແລະ ຄາດໝາຍສູ້ຊົນຕົ້ນຕໍ, ວຽກງານຈຸດສຸມແຕ່ລະດ້ານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກຊຸດທີ XII. ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໃນ 5 ປີ ຜ່ານມາ.

ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນຕົ້ນຕໍ, ວຽກງານຈຸດສຸມແຕ່ລະດ້ານ 5 ປີ (2020-2024) ຄື: ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດໃຫ້ຖືກທິດພັດທະນາຍືນຍົງ, ສີຂຽວ; ສ້າງອາຊີບປະຊາຊົນຢູ່ຊົນນະບົດ ທີ່ຕິດພັນກັບການປົກປັກຮັກສາຄວາມອຸດົມສົມບູນ ຂອງທໍາມະຊາດ; ພັດທະນາວິສາຫະກິດ, ຜູ້ປະກອບການ-ນັກທຸລະກິດ; ພັດທະນາເສດຖະກິດ-ສັງຄົມໃຫ້ເປັນລະບົບຄົບຊຸດ, ຊຸກຍູ້ການພັດທະນາຕົວເມືອງຕິດພັນກັບການພັດທະນາຊົນນະບົດ; ເພີ່ມທະວີການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ. ຮັບປະກັນລະດັບການເພີ່ມມູນຄ່າການຜະລິດ ສະເລ່ຍໄລຍະ 2020-2024ໃຫ້ບັນລຸ 7% ຕໍ່ປີ ຂຶ້ນໄປ ໃນນັ້ນ: ກະສິກໍາ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4,21%; ອຸດສະຫະກໍາ ເພີ່ມຂຶ້ນສະເລ່ຍ 9,67% ແລະ ການບໍລິການ ເພີ່ມຂຶ້ນສະເລ່ຍ 7,13%; ລາຍຮັບສະເລ່ຍຕໍ່ຫົວຄົນ ປີ 2024 ບັນລຸ 16.400.000 ກວ່າກີບ, ເທົ່າກັບ 1.960 ໂດລາສະຫະລັດ, ຍົກສູງຄຸນນະພາບການເຄື່ອນໄຫວວຽກງານ ວັດທະນະທໍາ-ສັງຄົມ, ປະຕິບັດນະໂຍບາຍສະຫວັດດີການ, ຮັບປະກັນການພັດທະນາຊັບພະຍາກອນມະນຸດ, ຍົກສູງຄຸນນະພາບ ຂອງບຸກຄະລາກອນ ແລະ ຍົກສູງຄຸນນະພາບຊີວິດ ຂອງປະຊາຊົນ, ອາຍຸຍືນສະເລ່ຍຂອງພົນລະເມືອງໃຫ້ບັນລຸ 70 ປີ, ເພີ່ມທະວີການປະຕິບັດໜ້າທີ່ຍຸດທະສາດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງທ້ອງຖິ່ນ-ຮາກຖານ, ຍົກສູງປະສິດທິພາບການຄຸ້ມຄອງ-ບໍລິຫານລັດ ຂັ້ນເມືອງ ຫຼື ຂະແໜງການ ແລະ ຂັ້ນບ້ານ ຕິດພັນກັບການຫັນເປັນທັນສະໄໝ, ຮັບໃຊ້ປະຊາຊົນ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ ປະຊາຊົນ ບັນດາເຜົ່າ ຕິດພັນກັບການເຊີດຊູບົດບາດ ຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ເປັນເຈົ້າການເສີິມຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ, ນໍາຜົນປະໂຫຍດຕົວຈິງມາໃຫ້ທ້ອງຖິ່ນ, ຂະແໜງການ, ສືບຕໍ່ຍູ້ແຮງການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ແໜັກແໜ້ນ ໂດຍຕິດພັນກັບ ການຍົກສູງຄຸນນະພາບວຽກງານການເມືອງ, ແນວຄິດ; ການຈັດຕັ້ງ ແລະ ແບບແຜນນໍາພາ ຂອງຄະນະພັກ, ເພີ່ມທະວີ ແລະ ຍົກສູງຄວາມສັກສິດ ຂອງວຽກງານກວດກາ, ປ່ຽນແປງໃໝ່ວຽກງານພະນັກງານ, ຮັບປະກັນບົດບາດຕັດສິນຜົນໄດ້ ຜົນເສຍຂອງວຽກງານ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໃຫ້ປະກົດຜົນເປັນຈິງ, ກອງປະຊຸມໄດ້ຮັບຟັງ ການລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ, ການລາຍງານ ແລະ ປະ ກອບຄໍາເຫັນສ່ວນຫຼາຍໄດ້ລົງເລິກ ຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ເຂົ້າໃນຂົງເຂດກົມກອງ ແລະ ຂະແໜງການຂອງຕົນອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂື້ນຕື່ມ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານພັກເມືອງໄຊຊຸດທີ XIII ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 29 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 25 ສະຫາຍ, ຍິງ 4 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງໄຊ ຄັ້ງທີ XIII ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈຳ, ເລຂາ, ຮອງເລຂາຄະນະພັກຊຸດໃໝ່ ເລືອກຕັ້ງຄະນະປະຈໍາດ້ວຍການປ່ອນບັດໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງໄຊສະໄໝທີ XIII, ມີຜູ້ສະໝັກເລືອກຕັ້ງ 9 ສະຫາຍ, ເລືອກໄດ້ 7 ສະຫາຍ, ຍິງ 1 ສະຫາຍຄື: ສະຫາຍ ວາລີ ຈື່ນໍເຢັງ, ສະຫາຍ ຫົງທອງ ອິນທະວົງ, ສະຫາຍ ສົມຈັນ ເທບພາລີ, ສະຫາຍ ພົມມະສຸກ ມອນຈັນດີ, ສະຫາຍ ພັນໂທ ສົມເພັດ ສຸລິວັນ, ສະຫາຍ ນາງ ຈັນທີ ສີສະຫວາດ, ສະຫາຍ ຄຳດາ ຟົງມະນີ. ເລືອກຕັ້ງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງໄຊສະໄໝທີ XIII ຄື: ເລືອກເອົາສະຫາຍ ວາລີ ຈືນໍເຢັງ ເປັນເລຂາຄະນະພັກ, ສະຫາຍ ຫົງທອງ ອິນທະວົງ ແລະ ສະຫາຍ ສົມຈັນ ເທບພາລີ ເປັນຮອງເລຂາຄະນະພັກ, ເລືອກຕັ້ງເອົາປະທານ, ຮອງປະທານກວດກາພັກຄື: ສະຫາຍ ສົມຈັນ ເທບພາລີ ເປັນປະທານກວດກາ, ສະຫາຍ ຄຳເຍືອ ໄຊຍະເກດ ແລະ ສະຫາຍ ຈັນທີ ດາວວົງເດືອນ ເປັນຮອງປະທານກວດກາ.

ກອງປະຊຸມໃຫ່ຍໄດ້ເປັນເອກະສັນ ຮັບຮອງເອົາຜູ້ແທນສົມບຸນ ໄປຮ່ວມກອງປະຊຸມໃຫ່ຍ ອົງຄະນະພັກແຂວງ ຄັ້ງທີ IX ຈໍານວນ 22 ສະຫາຍ, ຍິງ 3 ສະຫາຍ.

ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາຄະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ. ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດທີ XII ທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງ ສາມາດຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດໃນຫຼາຍດ້ານ ພ້ອມກັນນີ້ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງ ເປັນໄຍຕໍ່ບັນຫາທີ່ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ຈາກນັ້ນ; ສະຫາຍໃຫ້ທິດຊີ້ນໍາແຕ່ລະດ້ານໃນທາງທີ່ສ້າງສັນ, ມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊ ຄັ້ງທີ XIII ໃຫ້ມີຜົນສຳເລັດຍິ່ງໃຫຍ່ກ່ວາເກົ່າ.

ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຕົນໃຫ້ສູງຂື້ນເລື້ອຍໆ ເຮັດໃຫ້ບັນດາຄາດໝາຍ ທີ່ກອງປະຊຸມໃຫຍ່ກຳນົດອອກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມເຂັ້ມແຂງ, ປອດໃສ, ໜັກແໜ້ນ ແລະ ພັດທະນາເມືອງໄຊກ້າວຂື້ນຢ່າງບໍ່ຍຸດຍັ້ງ.