ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ລະຫວ່າງວັນທີ 15 – 16 ພະຈິກ 2022 ນີ້ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍມີ ທ່ານນາງ ສົມເພັດ ແສງດາລາ ຮອງຫົວຫນ້າພະແນກ ຮສສ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານ ພາຍໃນ ພະແນກດັ່ງກ່າວ ໃຫ້ການຕ້ອນຮັບ.

  ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົົມໄຊ ໃນຄັ້ງນີ້ທາ່ນລັດຖະມົນຕີພ້ອມຄະນະໄດ້ເຂົ້າພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ເພື່ອລາຍງານ ຈຸດປະສົງ ຂອງການເດີນທາງ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ຕໍ່ການນຳແຂວງຮັບຊາບ ພ້ອມທັງ ຮັບຟັງ ການລາຍງານ ສະພາບລວມ ກ່ຽວກັບ ສະພາບຄວາມເສຍຫາຍ ທີ່ເກີດຈາກໄພພິບັດ ນ້ຳຖ້ວມ ໃນທ້າຍເດືອນສິງຫາ ຜ່ານມາ. ຈາກນັ້ນ ໄດ້ມີພິທີ ມອບ – ຮັບເຄື່ອງຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃຫ້ແກ່ 3 ເມືອງ ຄື ເມືອງໄຊ,ເມືອງຫລາ ແລະ ເມືອງນາຫມໍ້. ເຊິ່ງເຄື່ອງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ອົດສະຕຣາລີ ປະກອບມີ ເຄື່ອງໃຊ້ພາຍໃນຄົວເຮືອນ,ເຄື່ອງສຸຂະອະນາໄມ ແລະ ເຄື່ອງນອນ ລວມເປັນມູນຄ່າ ທັງຫມົດ ເກືອບ 200 ລ້ານກີບ.

  ພາຍຫລັງ ສໍາເລັດ ການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານເຈົ້າແຂວງອຸດົມໄຊ ແລ້ວ ທ່ານລັດຖະມົນຕີ ກະຊວງ ຮສສ ພ້ອມດ້ວຍ ຄະນະ ແລະ ພະແນກ ຮສສ ແຂວງອຸດົມໄຊ ໄດ້ພ້ອມກັນ ນຳເອົາເຄື່ອງ ທີ່ມອບ – ຮັບ ກັນໃນຄັ້ງນີ້ ລົງມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຕົວຈິງ ຢູ່ 3 ບ້ານຂອງເມືອງຫລາ ຄື ບ້ານ ຫ້ວຍຊູ ( ຫລັກ 11 ),ບ້ານ ໂພນໄຊ ( ຫລັກ 15 ) ແລະ ບ້ານ ຫ້ວຍຫລາ ໂດຍມີທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງ ເມືອງຫລາ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ. ພ້ອມທັງ ຢ້ຽມຢາມເບິງ ຄວາມຄືບຫນ້າ ໂຄງການກໍ່ສ້າງ ສາງເກັບມ້ຽນເຄື່ອງ ສົງເຄາະ ປະຈຳພາກເຫນືອ ທີ່ແຂວງອຸດົມໄຊ. ໂອກາດ ດັ່ງກ່າວ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງ ຮສສ ໄດ້ມີຄຳເຫັນໂອ້ລົມ ບາງບັນຫາ ແລະ ໄດ້ເຂົ້າຢ້ຽມຢາມ ສູນພັດທະນາ ສີມືແຮງງານ ແຂວງອຸດົມໄຊ ໂດຍມີທ່ານ ສົມພອນ ນາວຮືວາງ ອຳນວຍການ ສູນພັດທະນາສີມືແຮງງານ ພ້ອມພະນັກງານ ຄູ – ອາຈານ ພາຍໃນສູນດັ່ງກ່າວ ໃຫ້ການຕ້ອນຮັບ. ໃນນີ້ ແມ່ນໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບ ການຈັດຕັ້ງປະຕິບັດ ການຮຽນ – ການສອນ ໃນໄລຍະຜ່ານມາ ແລະ ຄວາມຄືບຫນ້າ ຂອງໂຄງການພັດທະນາ ແລະ ຍົກລະດັບ ສູນພັດທະນາສີມື ແຮງງານ ຢູ່ແຂວງອຸດົມໄຊ. ລວມທັງ ຢ້ຽມຢາມ ພາຍໃນສະຖານທີ່ ຂອງສູນ ໂດຍສະເພາະແມ່ນ ຫ້ອງຮຽນ ຂອງແຕ່ລະສາຂາ. ນອກນັ້ນ ກະຊວງ ຮສສ ຍັງໄດ້ນຳເອົາ ຄອມພິວເຕີ ຈຳນວນ 2 ຊຸດ ມອບໃຫ້ ຫ້ອງການ ຮສສ ເມືອງ ຫລາ ແລະ ເມືອງນາຫມໍ້ ເພື່ອນຳໃຊ້ເຂົ້າໃນການ ປະຕິບັດວຽກງານ ພາຍໃນຫ້ອງການຂອງຕົນ ຕື່ມອີກ.

ນັກຂ່າວ: ຄານມະນີ ຮຽນດໍຈັນ