ທ່ານຮອງເຈົ້າແຂວງ ລົງຢ້ຽມຍາມ ແລະ ຊີ້ນຳການຍົກຍ້າຍບ້ານ 2 ໝູ່ບ້ານ ທີ່ເມືອງປາກແບງ

ວັນທີ 7 ກໍລະກົດ 2021 ທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ຊີ້ນໍາວຽກງານດ້ານເສດຖະກິດ ລົງຍ້ຽມຢາມເບິ່ງຊີວິດການເປັນຢູ່ຂອງອ້າຍນ້ອງກໍາລັງທະຫານພ້ອມທັງຊຸກຍູ້ ຊີ້ນຳ ວຽກງານການຍົກຍ້າຍຈາກບ້ານມົກພາງ ແລະ ບ້ານພູລວງ ທີ່ເມືອງປາກແບງ ແຂວງອຸດົມໄຊ ມາຢູ່ບ້ານໄຊມຸງຄຸນ ເມືອງປາກແບງ ແຂວງອຸດົມໄຊ ເພື່ອເຕົ້າໂຮມບ້ານນ້ອຍໃຫຍ່ເປັນບ້ານໃຫຍ່ ແລະ ເປັນຈຸດສຸມໃນການພັດທະນາ ນອກຈາກນີ້ທ່ານຍັງໄດ້ມອບນໍ້າດື່ມໃຫ້ອ້າຍນ້ອງກໍາລັງທະຫານ ຈຳນວນ 15 ແພັກ ແລະ ໄດ້ປຶກສາຫາລືກັນກ່ຽວກັບການສ້າງສະໂມສອນຂອງບ້ານ