ອົງການກາແດງແຫ່ງຊາດ  ມອບຜ້າຫົ່ມໃຫ້ ບ້ານຫ້ວຍຊັງ ແລະ ຮຮ ມສ ອາໂນ ເມືອງຫລາ

ທ້າຍອາທິດຜ່ານມານີ້ ທາງອົງການກາແດງ ແຫ່ງຊາດລາວ ເຊິ່ງນຳໂດຍທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ສົມທົບກັບ ຕ່າງຫນ້າອົງການກາແດງແຫ່ງຊາດ ຍີ່ປຸ່ນ ແລະ ທ່ານ ຮິໂຣຟູມິ ນີຊິມູຣິ ຫົວຫນ້າຫ້ອງການປະຊາສຳພັນ ແລະ ສົ່ງເສີມການບໍລິຫານຈັດການ ທີ່ຍື່ນຍົງ ຂອງບໍລິສັດ ອອນວອດ ແຫ່ງປະເທດຍີ່ປຸ່ນ ໄດ້ນຳເອົາຜ້າຫົ່ມ ຈຳນວນ 1,000 ຜືນ ມອບໃຫ້ແຂວງອຸດົມໄຊ ໂດຍມອບໃຫ້ອົງການກາແດງ ແຂວງອຸດົມໄຊ ເປັນຜູ້ຮັບຜິດຊອບ ໃນການກຳນົດເປົ້າຫຍາຍ ແລະ ແຈກຢາຍ ເຊິ່ງເປົ້າຫມາຍທີ່ຈະໄດ້ຮັບຜ້າຫົ່ມໃນຄັ້ງນີ້ ປະກອບມີ ປະຊາຊົນ ບ້ານຫ້ວຍຊັງ ແລະ ນັກຮຽນ ຮຮ ມສ ອາໂນ ເມືອງຫລາ.

     ກ່ອນທີ່ຈະລົງມອບໃຫ້ກັບປະຊາຊົນ ແລະ ນັກຮຽນໃນຄັ້ງນີ້ ທາງອົງການກາແດງ ແຫ່ງຊາດລາວ, ອົງການກາແດງແຫ່ງຊາດຍີ່ປຸ່ນ, ບໍລິສັດ ຜູ້ໃຫ້ການສະຫນັບສະຫນູນຜ້າຫົ່ມ ແລະ ອົງການກາແດງແຂວງອຸດົມໄຊ ໄດ້ເຂົ້າພົບປະ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງ ແລະ ເປົ້າຫມາຍຂອງການລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊ. ຈາກນັ້ນ ທິມງານໄດ້ນຳເອົາຜ້າຫົ່ມ ທີ່ໄດ້ຮັບການສະຫນັບສະຫນູນ ຈາກບໍລິສັດ ອອນວອດ ແຫ່ງປະເທດຍີ່ປຸ່ນ ໂດຍຜ່ານການປະສານງານລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຫ່ງຊາດຍີ່ປຸ່ນ ລົງມອບໃຫ້ກັບປະຊາຊົນ ແລະ ນັກຮຽນ ທີ່ນອນຢູ່ຫໍພັກ ຢູ່ບ້ານຫ້ວຍຊັງ ແລະ ຮຮ ມສ ອາໂນ ໂດຍສົມທົບກັບ ການນຳເມືອງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຫລາ ເຊິ່ງຜ້າຫົ່ມທີ່ປະຊາຊົນ ແລະ ນັກຮຽນ ໄດ້ຮັບໃນຄັ້ງນີ້ ຈຳນວນ 116 ຜືນ ໃນນີ້ ບ້ານຫ້ວຍຊັງ ໄດ້ຮັບຈໍານວນ 30 ຜືນ ແລະ ຮຮ ມສ ອາໂນ ຈໍານວນ 86 ຜືນ. ການນໍາເອົາຜ້າຫົ່ມ ມາມອບໃຫ້ ປະຊາຊົນ ແລະ ນັກຮຽນ ທີ່ນອນຢູ່ຫໍພັກ ໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການ ແກ້ໄຂ ບັນເທົ່າທຸກ ແລະ ຕ້ານໄພຫນາວໃນປີນີ້. ນອກຈາກ 2 ຈຸດເປົ້າຫມາຍດັ່ງກ່າວແລ້ວ ທາງທິມງານຍັງໄດ້ສືບຕໍ່ລົງມອບໃຫ້ນັກຮຽນ ຢູ່ ຮຮ ມສ ນາຮ້ວງ ຈຳນວນ 41 ຜືນ ຕື່ມອີກ.      ສໍາລັບ ຜ້າຫົ່ມທີ່ແຂວງອຸດົມໄຊ ໄດ້ຮັບ ຈໍານວນ 1,000 ຜືນ ແມ່ນຈະໄດ້ສືບຕໍ່ລົງມອບໃຫ້ປະຊາຊົນ ແລະ ນັກຮຽນ ຄົບຕາມຈຳນວນ ເຊິ່ງເປົ້າຫມາຍທີ່ໄດ້ຮັບທັງຫມົດ ມີ 4 ເມືອງ, 12 ບ້ານ ແລະ 12 ໂຮງຮຽ ປະກອບມີ: ເມືອງໄຊ, ເມືອງຫລາ, ເມືອງນາຫມໍ້ ແລະ ເມືອງປາກແບງ.

ຂ່າວ: ຄານມະນີ ຮຽນດໍຈັນ