ພິທີປະກາດຮັບຮອງ 4 ບຸກ ປະຈຳປີ 2023 ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງ

      ພິທີປະກາດຮອງຮັບ 4 ບຸກ ປະຈຳປີ 2023 ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ພະຈິກ 2023 ທີ່ຫ້ອງປະຊຸມ ຊັ້ນ3 ຂອງຫ້ອງວ່າການແຂວງ, ໂດຍເປັນປະທານຂອງສະຫາຍ ສູນທະລາ ສີສະເກດ ເລຂາຊາວໜຸ່ມໜ່ວຍຮາກຖານຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸກສະຫວັນ ວົງລ້ອມ  ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງອຸດົມໄຊ, ມີສະຫາຍ ວົງໄຊ ຊົງເພຍຢ່າງຊື່ ຮອງເລຂາໜ່ວຍພັກຮາກຖານ ຫ້ອງວ່າການແຂວງ, ຮອງຫົວໜ້າຫ້ອງວ່າການແຂວງ, ມີແຂກເຊີນຈາກຫນ່ວຍອ້ອມຂ້າງແຂວງ ຕະຫຼວດສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີໄດ້ຜ່ານບົດສະຫຼຸບຂອງໜ່ວຍໃນການຈັດຕັ້ງປະຕິບັດໃນໄລຍະ 1 ປິ ທີ່ຜ່ານມາ ແລະ ວາງທິດທາງແຜນການ 4 ບຸກໃນ 1 ປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ເປັນຕົ້ນ ເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມູນເຊື້ອຂອງພັກ, ຄຸນສົມບັດຂອງທ່ານຜູ້ນຳ, ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ປະຕິບັດກົດລະບຽບຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ທີ່ໄດ້ວາງອອກ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ການສ້າງລາຍໄດ້ຈາກວຽກເສີມທີ່ເປັນ​ຕົວ​ແບບ​ໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍ ມີ 7 ຄອບຄົວ.

ຈາກນັ້ນ, ໄດ້ມອບໃບຍ້ອງຍໍໃຫ້ແກ່ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ ຂອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຈໍານວນ 44 ສະຫາຍ, ຍິງ 18 ສະຫາຍ ແລະ ມອບໃບຢັ້ງຢືນຮັບຮອງເປັນໜ່ວຍຮາກຖານຊາວໜຸ່ມ 4 ບຸກ ປະຈຳປີ 2023.

     ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສຸກສະຫວັນ ວົງລ້ອມ  ຮອງເລຂາຄະນະບໍລິຫານງາຍຊາວຫນຸ່ມແຂວງອຸດົມໄຊ, ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ເນັ້ນໜັກບາງດ້ານທີ່ຕ້ອງເອົາໃຈໃສ່ ເປັນຕົ້ນແມ່ນໃຫ້ຄະນະໜ່ວຍສະມາຊິກຊາວໜຸ່ມໃຫ້ສືບຕໍ່ຜັນຂະຫຍາຍ, ເຝິກຝົນຫຼໍ່ຫຼອມຄວາມຮູ້ ຄວາມສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຮັກສາມູນເຊື້ອໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ເຄື່ອນໄຫວຂະບວນການຕ່າງໆ, ສືບຕໍ່ນຳເອົາເອກະສານທີ່ກ່ຽວພັນກັບ ສິດ ແລະ ພາລະບົດບາດ, ກົດລະບຽບຂອງຊາວໜຸ່ມ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກໄດ້ຮັບຮູ້ເຂົ້າໃຈເປັນປົກກະຕິ, ເພີ່ມທະວີສະມາຊິກຊາວໜຸ່ມພາຍໃນໃຫ້ມີຄວາມສາມັກຄີ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.