ຕອນເຊົ້າຂອງວັນທີ 6 ທັນວາ 2024 ນີ້ ໄດ້ຈັດພິທີປະກາດຮັບຮອງ ຊາວໜຸ່ມ4ບຸກ ປະຈຳປີ 2024 ແລະ ທຸງໄຊນຳໜ້າ 4 ບຸກ ຄັ້ງທີ II (2021-2023) ຂອງ ຄະນະຊາວໜຸ່ມ ໜ່ວຍຮາກຖານ ຫ້ອງວ່າການແຂວງ ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສຸໄພລິນ ສິດທະພອນ ຮອງເລຂາ ຄະນະຊາວໜຸ່ມ ໜ່ວຍຮາກຖານ ຫ້ອງວ່າການແຂວງ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ກອງຄຳ ໄຊພົມປັນ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ມີຕາງໜ້າຄະນະ ໜ່ວຍພັກ ຫ້ອງການ ປກຊ-ປກສ, ແຂກເຊີນຈາກບັນດາພະແນກການອ້ອມຂ້າງ, ອົງການຈັດຕັ້ງຂັ້ນແຂວງ ຈຳນວນໜຶ່ງ ແລະ ສະມາຊິກ ຊາວໜຸ່ມ ໜ່ວຍຮາກຖານ ຫ້ອງວ່າການເຂົ້າຮ່ວມຢ່າງພ້ອມພຽງ.





ພິທີໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກໃນໄລຍະ 3ປີຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2025 ໂດຍຍົກໃຫ້ເຫັນ ດ້ານດີຜົນງານ – ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເຊິ່ງສາມາດໄດ້ຮັບການຢັ້ງຢືນຈາກຄະນະ ບໍລິຫານງານຊາວໜຸ່ມແຂວງ ປະກາດຮັບຮອງເປັນໜ່ວຍ ຊາວໜຸ່ມ4ບຸກ ປະຈຳປີ 2024 ແລະ ໄດ້ຮັບທຸງໄຊນຳໜ້າ ເປັນສະໄໝທີ II ແລະ ພິທີດັ່ງກ່າວ ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍສັນລະເສີນ ສະມາຊິກ ຊາວໜຸ່ມປະຊາຊົນປະຕິວັດລາວ ດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2024 ມີ 44 ສະຫາຍ, ຍິງ 18 ສະຫາຍ,ຂໍ້ຕົກລົງ ຍ້ອງຍໍໃນໄລຍະ 3ປີ ມີ 27 ສະຫາຍ , ຂໍຕົກລົງ ຮັບຮອງ 4 ບຸກ ປະຈຳປີ 2024 ແລະ ທຸງໄຊນຳໜ້າໃຫ້ ຄະນະຊາວໜຸ່ມ ໜ່ວຍຮາກຖານ ຫ້ອງວ່າການແຂວງ ໃຫ້ກຽດມອບໃບຍ້ອງຍໍ, ໃບຢັ້ງຢືນ 4 ບຸກປະຈຳປີ 2024 ແລະ ທຸງໄຊນຳໜ້າ 4ບຸກ ໂດຍ ສະຫາຍ ກອງຄຳ ໄຊພົມປັນ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ, ຄະນະບໍລິຫານງານ ຊາວໜຸ່ມ ແຂວງ ແລະ ຕາງໜ້າຮັບໂດຍ ສະຫາຍ ນາງ ສຸໄພລິນ ສິດທະພອນ ຮອງເລຂາ ຄະນະຊາວໜຸ່ມ ໜ່ວຍຮາກຖານ ຫ້ອງວ່າການແຂວງ.
ໂອກາດດຽວກັນໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ກອງຄຳ ໄຊພົມປັນ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າ ຫ້ອງວ່າການແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ທາງຄະນະໜ່ວຍຊາວໜຸ່ມຮາກຖານ ຫ້ອງວ່າການແຂວງ ທີ່ຍາດມາໄດ້ໃນໄລຍະ 3 ປີທີ່ຜ່ານມາ ແລະ ຮຽກຮ້ອງມາຍັງຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມ ໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີປອງດອງ ສືບຕໍ່ຜັນຂະຫຍາຍບັນດາມະຕິຕ່າງໆຂອງ ພັກ-ລັດ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ການພັດທະນາ.