ຕອນເຊົ້າຂອງວັນທີ 30 ເມສາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ2 ຂອງຫ້ອງວ່າ່ການແຂວງ ໄດ້ເປີດກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ຂຶ້ນ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະຈັດຕັ້ງແຂວງ, ພະແນກຍຸຕິທໍາແຂວງ, ພະແນກການເງິນແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຮ່າງແຜນການກະກຽມ ແລະ ແຜນການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ແລະ ປຶກສາຫາລື ແລກປ່ຽນຄໍາເຫັນຕໍ່ບາງເນື້ອໃນຂອງແຜນການດັ່ງກ່າວ ເປັນຕົ້ນແມ່ນຄວາມພ້ອມດ້ານການປັບປຸງໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງແຂວງ ແລະ ຂໍ້ຕົກລົງ ຂອງເຈົ້າແຂວງອີກຈໍານວນໜຶ່ງ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມ