ອົງການກາແດງ ແຫ່ງຊາດ ມອບລົດກູ້ໄພສຸກເສີນ ໃຫ້ແຂວງອຸດົມໄຊ

ວັນທີ 30 ເມສາ2024 ນີ້ ອົງການກາແດງ ແຫ່ງຊາດລາວ ໄດ້ມອບລົດກູ້ໄພສຸກເສີນ (ໂຕໂຍຕາແລນກຸຍເຊີ) ໃຫ້ກັບ ອົງການກາແດງແຂວງອຸດົມໄຊ ຈຳນວນ 02 ຄັນ ລວມມູນຄ່າ 166,000$ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກໂຄງການພັດທະນາແລວທາງເສດຖະກິດ ອາຊີຕາເວັນອອກສຽງໃຕ້ ເພື່ອຮັບໃຊ້ ໃນການຊ່ວຍເຫຼືອສຸກເສີນໂດຍສະເພາະແມ່ນ ການປະຖົມພະຍາບານ, ຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດ, ອຸປະຕິໄພແລະໄພພິບັດຕ່າງໆ ທີ່ອາດຈະເກີດຂຶ້ນພາຍໃນ 2 ເມືອງເປົ້າໝາຍຄື: ເມືອງຮຸນ ແລະ ເມືອງຫຼາ ເຊິ່ງຕາງໜ້າມອບໂດຍທ່ານ ຮອງຈັນ ຈັນທະວົງ ຫົວໜ້າຫ້ອງການ ອົງການກາແດງ ແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ ນາງ ສິດທິວອນ ຫົງສາຄອນ ຫົວໜ້າ ອົງການກາແດງ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນສັກສີພິຍານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໂອກາດດັ່ງກ່າວ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະຍັງໄດ້ເຂົ້າພົບປະທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ຂະນະດຽວກັນ ທ່ານ ຮອງເຈົ້າແຂວງອຸດົມໄຊໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານອົງການກາແດງແຫ່ງຊາດລາວທີ່ໃຫ້ການຊ່ວຍເຫລືອແກ່ແຂວງອຸດົມໄຊ ໂດຍສະເພາະແມ່ນໄດ້ນຳເອົາລົດກູ້ໄພສຸກເສີນມາຊ່ວຍເຫລືອພໍ່ແມ່ປະຊາຊົນພາຍໃນແຂວງກໍຄື 2 ເມືອງເປົ້າຫມາຍໃຫ້ທັນການ.

ຫຼັງຈາກສໍາເລັດພິທີມອບລົດແລ້ວ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະຍັງໄດ້ເຂົ້າພົບປະຢຽ້ມຢາມໂອ້ລົມພະນັກງານຫລັກແຫລ່ງ ແລະ ອາສາສະໝັກພາຍໃນອົງການກາແດງແຂວງອຸດົມໄຊຕື່ມອີກ.