ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ VI ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງອຸດົມໄຊ ຄັ້ງທີ VI ສະໄໝທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມ ຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ, ເລຂາພັກເມືອງ ຕະຫຼອດຮອດຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມ.

ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ ເຊິ່ງໃນໄລຍະການດຳເນີນກອງປະຊຸມຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ຕີລາຄາການເຄື່ອນໄຫວ ຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ຮັບຟັງການລາຍງານຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນຕໍ່ໜ້າ, ຮັບຟັງການລາຍງານເພີ່ມເຕີມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ການດຶງດູດການລົງທຶນຂອງເອກະຊົນ, ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຮັບຟັງການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດ ການແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ຮັບຟັງການຜ່ານຮ່າງມະຕິ ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພັກໃນທົ່ວແຂວງອຸດົມໄຊ, ຮັບຟັງການຜ່ານຮ່າງຄຳສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດ ຢູ່ ແຂວງອຸດົມໄຊ. ໃນນີ້ ຄະນະບໍລິຫານງານພັກແຂວງຈະໄດ້ພ້ອມກັນຄົ້ນຄ້ວາປະກອບຄຳຄິດຄຳເຫັນ ຕໍ່ກັບບັນດາເນື້ອໃນເອກະສານທີ່ກອງປະຊຸມໄດ້ນຳສະເໜີ ຕາມການເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເປັນການເສີມຂະຫຍາຍ ດ້ານດີ-ຜົນງານ ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໃຫ້ມີຄວາມສອດຄອງແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ສຳຄັນໃນກອງປະຊຸມຄະນະບໍລິຫານງານພັກແຂວງຄັ້ງນີ້ ຈະໄດ້ປຶກສາຫາລື ແລະ ກຳນົດທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022, ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ບັນດາເນື້ອໃນເອກະສານ ແລະ ບັນດານິຕິກຳຈໍານວນໜຶ່ງ ທີ່ຈະນຳສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ເພື່ອພິຈາລະນາຮັບຮອງ ແລະ ຕອນທ້າຍຂອງກອງປະຊຸມ ແມ່ນຈະໄດ້ພ້ອມກັນເຊື່ອມຊຶມ ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ IV ສະໄໝທີ XI ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ນໍາໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ.