ທ່ອງທ່ຽວປ່າໄມ້ລຳທຽນ ເມືອງຮຸນ

ຕາມຂ່າວຈາກ ຖວທ ເມືອງຮູນ ແຂວງອຸດົມໄຊ ວັນທີ 17/7/2020 ນີ້ ຊາວບ້ານພົບເສົາເຮືອນບູຮານ ອາຍູຫຼາຍກວ່າ 200ປີ ໂຜ່ຂຶ້ນຢູ່ກາງໜອງຫຼົ່ມປ່າໄມ້ລຳທຽນກາງພູຈອມແລງ ເມືອງຮູນ ແຂວງອຸດົມໄຊ, ປ່າໄມ້ລຳທຽນເປັນປ່າທີ່ສັກສິດ ມີຕົ້ນໄມ້ແປກປະຫລາດຊະນິດດຽວກັນຫລາຍຮ້ອຍຕົ້ນ ຂະໜາດໃກ້ຄຽງກັນເກີດຂຶ້ນໃນໜອງນຳ້ ທີ່ຊາວບ້ານເອີ້ນວ່າໜອງຫລົ່ມ, ໜອງຫລົ່ມມີນິທານກ່າວໄວ້ວ່າ ປະມານ200ປີກວ່າຜ່ານມາ ນະທີ່ແຫ່ງນີ້ເປັນບ້ານມີຄົນອາໄສຢູ່ຫລາຍສິບ ຄອບຄົວ ບັງເອີນມຶ້ໜຶ່ງຊາວບ້ານຈັບໄດ້ຟານດ່ອນ ຈິ່ງພາກັນຂ້າແບ່ງຊີ້ນປັນກັນໝົດທຸກເຮືອນ ຕ່າງກໍຄົວກິນຢ່າງແຊບ ນົວ ມີແຕ່ເຮືອນແມ່ໝ້າຍຫລັງໜຶ່ງຍັງບ່ໍທັນໄດ້ກິນ ເອົາພູດຊີ້ນຫ້ອຍໄວ້ປາຍຊານພໍຄຳ່ມືດເກີດຟ້າລົມຝົນຕົກຢ່າງໜັກບ້ານດັ່ງກ່າວໄດ້ຫລົ່ມລົງເປັນວັງນຳ້ຝູງຄົນລົ້ມຕາຍໝົດທັງບ້ານ ຍັງແຕ່ເຮືອນແມ່ໝ້າຍຫລັງດຽວ ແຕ່ວ່າຊານກໍຖືກຫລົ່ມເອົາໄປ ບໍລິເວນບ້ານກາຍເປັນໜອງນຳ້ ຕ່ໍມາມີຕົ້ນໄມ້ຊະນິດໜຶ່ງ ເກີດຂຶ້ນເຕັມໜອງນຳ້ຊາວບ້ານເຊຶ່ອວ່າແມ່ນວິນຍານຂອງຜູ້ຄົນທີ່ລົ້ມຕາຍເກີດເປັນຕົ້ນໄມ້ ຈົນເຖິງປະຈູບັນ ຊາວເມືອງຮຸນ ເອີ້ນວ່າໜອງຫລົ່ມຈອມແລງ ແລະ ໃສ່ຊື່ວ່າປ່າໄມ້ລຳທຽນເພາະຕົ້ນໄມ້ຊື່ຄືລຳທຽນ, ນັກວິຊາການຫລາຍຄົນ ໄປຊອກຄົ້ນຫາຮ່ອງຮອຍທີ່ເປັນຫລັກຖານແຕ່ກໍບ່ໍພ້ໍຫຍັງຈັກເທື່ອມາປີນີ້ຢຸ່ບ່ໍຢຸ່ເກີດມີເສົາເຮືອນໄມ້ແກ່ນຫຼ້ອນຜຸດໂຜ່ຂຶ້ນມາຢູ່ກາງໜອງຢ່າງໜ້າອັດສະ ຈັນຊາວບ້ານພາກັນເອົາອອກມາເປັນເສົາໄມ້ແບບທີ່ເຫັນນີ້.