ວັນທີ 15 ສິງຫາ ນີ້ ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວເຮັດເຮັດວຽກຢູ່ຫ້ອງວ່າການເມືອງຫຼາ ເພື່ອແລກປ່ຽນບົດຮຽນ ຊີ້ນຳ ແລະ ຊຸກຍູ້ວຽກງານຫ້ອງວ່າການໃຫ້ເມືອງຮອບດ້ານໂດຍສະເພາະ ວຽກງານພິທີການ ການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ ວຽກງານຄົ້ນຄ້ວາ-ສັງລວມ ວຽກງານກໍ່ສ້າງຮາກຖານ-ການເມືອງ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ການເຮັດວຽກຂອງຫ້ອງວ່າການມີຄວາມກ້າວໜ້າ ມີປະສິດທິພາບ ຄຸນນະພາບ ແລະ ເປັນການສ້າງຄວາມສາມັກຄີລະຫວ່າງຫ້ອງວ່າການແຂວງ ກັບ ຫ້ອງວ່າການເມືອງຫຼາ ໃນການລົງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາຄອມພີວເຕີ ຈຳນວນ 1 ຊຸດ , ພິນເຕີ ເພື່ອປະກອບເຂົ້າໃຊ້ໃນວຽກງານໃຫ້ມີຄວາມສະດວກ ແລະວ່ອງໄວ, ມອບລົດຖີບ ຈຳນວນ 3 ຄັນມອບໃຫ້ເມືອງ ເພື່ອປະມອບຕໍ່ໃຫ້ນ້ອງນັກຮຽນທີ່ຮຽນເກັງ ແຕ່ມີຄວາມຍຸ້ງຍາກຂາດເຂີນທາງຄອບ.
ບົດຄວາມທີ່ໜ້າສົນໃຈ
ແຂວງອຸດົມໄຊ ເລີ່ມສັກວັກຊີນ ປ້ອງກັນໂຄວິດ -19 ເຂັມທີ່ 3 ໃຫ້ພະນັກງານ
ວັນທີ 15 ທັນວາ 2021 ນີ້ ພະແນກສາທາລະນະສຸກແຂວງ ສົມທົບກັບ ວິຊາການແພດ ໂຮງຫມໍແຂວງອຸດົມໄຊ ລົງເຄື່ອນໄຫວ…
6 ເດືອນຕົ້ນປີນີ້ ເສດຖະກິດ ຂອງແຂວງອຸດົມໄຊ ຂະຫຍາຍຕົວ 2,11%
ໃນໄລຍະ 6 ເດືອນຜ່ານມາ ແຂວງອຸດົມໄຊ ຍັງສືບຕໍ່ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລບຽບຮຽບຮ້ອຍທາງສັງຄົມ ຢ່າງຫນັກແຫນ້ນ…
ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100ປີ
ໃນວັນທີ 20 ກໍລະກົດ 2021 ນີ້ ທີ່ສະໂມສອນ ແຂວງອຸດົມໄຊ ໄດ້ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ…