ບໍລິສັດ ຫົງສິງຊື້ແຍ້ ມອບລົດຈັກ 10 ຄັນ ຊ່ວຍເຫຼືອ ແຂວງອຸດົມໄຊ

ຕອນບ່າຍວັນທີ 6 ພຶດສະພາ 2024ນີ້ ບໍລິສັດ ຫົງສິງຊື້ແຍ້ ຈຳກັດ ນຳໂດຍ ທ່ານ ລີເວິນເຄີ ປະທານບໍລິສັດ ພ້ອມຄະນະ ໄດ້ນຳເອົາພາຫະນະ ປະເພດ (ລົດຈັກ) ຍີ່ຫໍ້ LONCIN (ລອນຊິນ) ຈຳນວນ 10 ຄັນ ມູນຄ່າ 385 ລ້ານກີບ ມອບໃຫ້ຫ້ອງວ່າການແຂວງອຸດົມໄຊ ຕາງໜ້າຫ້ອງວ່າການແຂວງ ກ່າວຮັບໂດຍ ທ່ານ ວຽງອຸດົມ ຈັນທະວົງ ຮອງຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີ.


ລົດຈັກທີ່ ບໍລິສັດ ຫົງສິງຊື້ແຍ້ ຈຳກັດ ນຳມາມອບຄັ້ງນີ້ແມ່ນເພື່ອປະກອບສ່ວນໃຫ້ແຂວງອຸດົມໄຊ ໃນການນຳໃຊ້ເປັນລົດລັດບໍລິຫານ ທ່ານເຈົ້າແຂວງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດທີ່ໄດ້ເສຍສະລະຊັບສິນຂອງຕົນເອງ ເພື່ອຊຸກຍູ້ວຽກງານລັດ ເຊິ່ງລົດຈຳນວນດັ່ງກ່າວ ຈະໄດ້ສືບຕໍ່ມອບໃຫ້ບັນດາເມືອງ ຢູ່ຮາກຖານ ເຂດທຸລະການດານຫ່າງໄກຊອກຫຼີກ