ບົດຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຄົບຮອບ 60 ປີ.

ຂໍຮຽນ: ບັນດາ ທ່ານ ຜູ້ນຳພັກ-ລັດທຸກຂັ້ນໃນທົ່ວແຂວງອຸດົມໄຊ ທີ່ເຄົາລົບ ແລະ ນັບຖືຢ່າງສູງ ບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່-ແມ່ພີ ນ້ອງປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ, ຊາວລາວ ແລະ ຊາວ ຕ່າງປະເທດທີ່ນັບຖື ແລະ ຮັກແພງທັງຫຼາຍ.
ໃນນາມ ຕາງໜ້າຄະນະກຳມະການສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງແຂວງ ແລະ ສອງວັນປະຫວັດສາດລາວ-ຫວຽດນາມ, ຕາງໜ້າແກ່ຄະນະນຳ ຂອງແຂວງອຸດົມໄຊ ຂ້າພະເຈົ້າ ຂໍມາຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ອະດີດພະນັກງານບຳນານ, ພະນັກງານປະຕິວັດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນບັນດາເຜົ່າ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ແຂວງອຸດົມໄຊ ໄດ້ຮັບຊາບທົ່ວ ເຖິງກັນ ກ່ຽວກັບການກະກຽມຂະບວນການຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ອຸດົມໄຊ ຄົບຮອບ 60 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຄົບຮອບ 60 ປີ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ ຫວຽດນາມ ຄົບຮອບ 60 ປີ.

ບັນດາທ່ານທີ່ນັບຖື! ປີ 2022 ນີ້ ເປັນປີທີ່ມີຄວາມໝາຍ ສຳຄັນທາງປະຫວັດສາດ ຂອງແຂວງອຸດົມໄຊ ພວກເຮົາ ເພາະເປັນປີທີ່ບັນຈົບຄົບຮອບວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີພໍດີ. ນັບແຕ່ມື້ປະກາດສ້າງຕັ້ງເປັນແຂວງອຸດົມໄຊ ໃນວັນທີ 15 ກໍລະກົດ 1962 ເຖິງ

ປັດຈຸບັນ ແຂວງພວກເຮົາ ໄດ້ຜ່ານໄລຍະປະຫວັດສາດ ຢ່າງລະອິດ ລະອ້ຽວມາພໍສົມຄວນ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆມາ. ເພື່ອລະນຶກເຖິງ ປະຫວັດສາດຄວາມເປັນມາ ກໍຄືການເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາ ຂອງອົງຄະນະພັກແຂວງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ຕະຫຼອດໄລຍະ 60 ປີຜ່ານມາ ແລະ ເພື່ອສ້າງຄວາມເອກອ້າງທະນົງໃຈ, ສ້າງຄວາມຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ

ພາຍໃນແຂວງ, ຄະນະນຳຂອງແຂວງ ຈຶ່ງໄດ້ເຫັນດີເປັນເອກະພາບກັນ ຕົກລົງ ໃຫ້ມີ ການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ໂດຍຕິດພັນກັບການຈັດຕັ້ງສະເຫຼີມສະຫຼອງ ວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຄົບຮອບ 60 ປີ ແລະ ວັນສະເຫຼີມ ສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ໂດຍ ເນັ້ນໃສ່ ໃຫ້ບັນລຸໄດ້ທາງດ້ານເນື້ອໃນເປັນຕົ້ນຕໍ, ມີຂະບວນການ ຕ່າງໆ ຟົດຟື້ນ ບົນພື້ນຖານປະຢັດ ມັດຖະຍັດ.

ເພື່ອຈັດຕັ້ງສະເຫຼີມສະຫຼອງ 4 ວັນປະຫວັດສາດດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ ມີ ຄວາມໝາຍສຳຄັນທາງປະຫວັດສາດ ແລະ ຖືກທິດນຳຂອງຂັ້ນເທິງ, ພວກເຮົາໄດ້ມີການ ກະກຽມຄວາມພ້ອມ ໃນດ້ານຕ່າງໆມາແຕ່ທ້າຍປີ 2021 ໂດຍເລີ່ມຈາກ:

  1. ແຕ່ງຕັ້ງຄະນະຊີ້ນຳ, ອານຸກຳມະການຮັບຜິດຊອບຂັ້ນແຂວງ;
  2. ກະກຽມດ້ານເນື້ອໃນ ຊຶ່ງພວກເຮົາ ໄດ້ຄົ້ນຄວ້າ, ປັບປຸງຮຽບຮຽງປຶ້ມ ປະຫວັດສາດແຂວງອຸດົມໄຊຄືນໃໝ່ເປັນຄັ້ງທີ 2, ເຊິ່ງປະຈຸບັນພວມດຳເນີນການຈັດພິມ ຈຳນວນ 1.000 ຫົວ; ສ້າງປື້ມບັນຈຸຮູບພາບການເຄື່ອນໄຫວຂອງແຂວງອຸດົມໄຊ ຄົບຮອບ 60 ປີ ເຊິ່ງໄດ້ກະກຽມໃນການຈັດພິມຈໍານວນ 1.000 ຫົວ; ສ້າງສາລະຄະດີມູນເຊື້ອແຂວງ ອຸດົມໄຊ (ວິດີໂອ); ສ້າງເອກະສານໂຄສະນາ-ປາຖະກະຖາມູນເຊື້ອ ຂອງແຂວງ ແລະ ຂອງ ກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊຄົບຮອບ 60 ປີ, ເອກະສານໂຄສະນາ-ປາຖະ ກະຖາວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນ ສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ; ກະກຽມເນື້ອໃນອື່ນໆທີ່ ກ່ຽວຂ້ອງ.
  3. ດ້ານຂະບວນການໄດ້ຈັດກິດຈະກຳ: ຕົ້ນຕໍແມ່ນໄດ້ປຸກລະດົມ ທົ່ວການຈັດຕັ້ງ ພັກ – ລັດ, ສັງຄົມທົ່ວແຂວງ ອອກແຮງ ແຂ່ງຂັນກັນສ້າງຂະບວນການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ແຜນພັດທະນາເສດຖະກິດສັງຄົມ ທີ່ໄດ້ວາງ ອອກ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ຈັດກິດຈະກຳຕ່າງໆ:
  4. ໂຄສະນາ-ປາຖະກະຖາ 4 ວັນປະຫວັດສາດດັ່ງກ່າວຢູ່ບັນດາພະແນກການອົງການອ້ອມຂ້າງແຂວງ, 7 ເມືອງ; ຈັດພິທີ ຖາມ-ຕອບວິທະຍາສາດ ຢູ່ບັນດາ ສະຖາບັນການສຶກສາ, ໂຮງຮຽນສາມັນ ແລະ ໂຄສະນາທາງສື່ມວນຊົນ;
  5. ຈັດງານວາງສະແດງຮູບພາບຢູ່ສະໂມສອນແຂວງ ແລະ ຫໍພິພິທະພັນແຂວງ
  6. ຈັດງານຕະຫຼາດນັດວາງສະແດງສິນຄ້າ.
  7. ຈັດການແຂ່ງຂັນກິລາ 4 ປະເພດເຊັ່ນ: ກິລາບານເຕະ, ກິລາເປຕັງ, ກິລາດອກ ປີກໄກ່ ແລະ ປິ່ງປ່ອງ.
  8. ຈັດການສະແດງສິລະປະ-ວັນນະຄະດີ ຕິດພັນກັບການ ປະກວດນັກຮ້ອງສຽງດີ, ປະກວດບົດຟ້ອນ)
  9. ສະເໜີຍ້ອງຍໍຕໍ່ຜູ້ທີ່ມີຜົນງານໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ວັດຖຸປັດໃຈຕະຫຼອດໄລຍະ 60 ປີ ຜ່ານມາ.
  10. ຈັດມິດຕິ່ງໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊຄົບຮອບ 60 ປີ ຕິດພັນວັນສ້າງຕັ້ງ ກອງກຳລັງ ປກສ ແຂວງ ຄົບຮອບ 60 ປີ ຊຶ່ງຈະໄດ້ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ຢູ່ທີ່ສະໂມສອນແຂວງ.

ສະນັ້ນເພື່ອເຮັດໃຫ້ການສະເຫຼີມສະຫຼອງ 4 ວັນປະຫວັດສາດ ຄືດັ່ງທີ່ໄດ້ກ່າວມາຂ້າງ ເທິງນັ້ນ ບັນລຸໄດ້ຕາມຈຸດປຸສົງຄາດໝາຍ, ມີຂະບວນການຄຶກຄືນ ແລະ ເຕັມໄປດ້ວຍ ຄວາມໝາຍທາງປະຫວັດສາດນັ້ນ ຂ້າພະເຈົ້າ ຮຽກຮ້ອງມາຍັງບັນດາທ່ານ, ການ ນໍາພັກ-ລັດ, ອົງການຈັດຕັ້ງທຸກຂັ້ນ, ບັນດາບໍລິສັດ, ນັກທຸລະກິດ ຕະຫຼອດ ຮອດປະຊາຊົນບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ພາຍ ໃນແຂວງອຸດົມໄຊ ຈົ່ງພ້ອມກັນສ້າງຜົນງານ, ສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບ ຕ້ອນວັນສຳຄັນດັ່ງກ່າວໃຫ້ມີບັນຍາກາດເບີກບານມ່ວນຊື່ນ-ຟົດຟື້ນ, ຮັບປະກັນຄວາມ ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຮ່ວມແຮງ ຮ່ວມໃຈກັນປະກອບສ່ວນເຂົ້າ ໃນການສະເຫຼີມສະຫຼອງວັນ 4 ວັນປະຫວັດສາດໃຫ້ບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍ ຢ່າງຈົບງາມ.

ທ້າຍນີ້, ຂ້າພະເຈົ້າ ໃນນາມຕາງໜ້າການນຳ ຂອງແຂວງຂໍອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດແຕ່ລະຂັ້ນ, ພະນັກງານ-ລັດຖະກອນທະຫານ-ຕຳຫຼວດ, ນັກທຸລະກິດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດທຸກປະການ.

(ຂໍຂອບໃຈ)