12 ຊົນເຜົ່າ ຢູ່ແຂວງອຸດົມໄຊ

ຂໍ້ມູນກ່ຽວກັບ ຊົນເຜົ່າຫໍ

ຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງ ທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊ ມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ. ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ ຄືນແຮມ 14 -15 ຄ່ຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະ ອື່ນໆ.

ອ່ານຕໍ່>>

ຂໍ້ມູນກ່ຽວກັບ ຊົນເຜົ່າອາຄາ

ປະຫວັດຄວາມເປັນມາຂອງ ຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ
ຊື່ເອີ້ນ: ຊົນເຜົ່າອາຄາ ມີຊື່ເອີ້ນຫຼາຍຢູ່ແຕ່ເຂົາເຈົ້າເອີ້ນຕົວເອງວ່າ: “ອາຄາ” ສ່ວນເຜົ່າອື່ນ ເອີ້ນເຂົາເຈົ້າວ່າ “ລາວ ສູງກໍ່” ຫຼື “ລາວ” ຊື່ທີ່ເຂົາເຈົ້າມັກທີ່ສຸດແມ່ນ “ອາຄາ” ອີງຕາມການລົງສຳຫຼວດເກັບກໍາຂໍ້ມູນຕົວຈິງ ຊົນເຜົ່າອາຄາ ຢູ່ໃນສອງເມືອງ (ເມືອງຫຼາ ແລະ ເມືອງນາຫມໍ້) ປະກອບມີຫຼາຍແຊງດ້ວຍກັນເຊັ່ນ: ປູລີອາຄາ, ຈີຈໍອາຄາ, ຈີເປຍອາຄາ, ມູເຕີນອາຄາ, ສຸມາອາຄາ ແລະ ປາຍາອາຄາ.
ພາສາ: ຊົນເຜົ່າອາຄາແມ່ນຊົນເຜົ່າຫນຶ່ງທີ່ມີພາສາປາກເວົ້າເປັນຂອງຕົນເອງ, ແຕ່ບໍ່ມີຕົວຫນັງສືຂຽນຊົນເຜົ່າອາຄາ ໄດ້ຈັດ ເຂົ້າໃນຫມວດພາສາ ຈີນ-ຕີເບດ.

ອ່ານຕໍ່ >>

ຂໍ້ມູນກ່ຽວກັບ ຊົນເຜົ່າລະເມດ

ປະຫວັດຄວາມເປັນມາຂອງ ຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ, ແຕ່ຊົນເຜົ່າລະເມດທີ່ມີຢູ່ແຂວງອຸດົມໄຊ ຊົນເຜົ່າລະເມດ ທີ່ຢູ່ແຂວງອຸດົມໄຊ ບໍ່ມີບ້ານເອກະລາດ, ສ່ວນຫຼວງຫຼາຍແມ່ນຢູ່ບ້ານປະສົມກັບຊົນເຜົ່າອື່ນໆ ໃນເທດສະບານແຂວງເທົ່ານັ້ນ ເຊັ່ນ: ບ້ານລ້ອງກໍເດື່ອ, ບ້ານດອນໄຊ, ບ້ານ ຫນອງແມງດາ ແລະ ບ້ານອື່ນໆ.

ຊື່ເອີ້ນ: ຊົນເຜົ່າລະເມດ ແມ່ນຊື່ທີ່ເຂົາເຈົ້າກໍ່ມັກ ແລະ ຊົນເຜົ່າອື່ນໆ ກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າລະເມດ, ສ່ວນຄໍາສັບທີ່ວ່າ “ລະເມດ” ມີຄວາມຫມາຍແນວໃດນັ້ນຍັງບໍ່ທັນ ມີຜູ້ໃດອະທິບາຍໃຫ້ຮູ້ຢ່າງຈະແຈ້ງເທື່ອຍັງແມ່ນບັນຫາທີ່ຈະຕ້ອງໄດ້ສຶກສາຄົ້ນຄ້ວາຕື່ມໃນອານາຄົດຂ້າງຫນ້າ

ອ່ານຕໍ່>>

ຂໍ້ມູນກ່ຽວກັບ ຊົນເຜົ່າພູນ້ອຍ

ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາ ຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທາໍອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ ເຜົ່າພູນ້ອຍໄດ້ເຄື່ອນຍ້າຍ ຈາກແຂວງຜົ້ງສາລີ ລົງມາຫຼາຍນັບແຕ່ໄດ້ຮັບການປົດປ່ອຍໃນປີ 1975 ມານີ້ ແລະ ໄດ້ເຄື່ອນຍ້າຍລົງມາຫຼາຍທີ່ສຸດໃນຊຸມປີ 1990 ຫາ 2001 (ສາເຫດຍ້ອນບ່ອນທໍາມາຫາກິນແບບຄົງທີ່ຕາມພັກ-ລັດ ໄດ້ວາງອອກ).

ອ່ານຕໍ່ >>

<< ໜ້າ1 | ໜ້າ2 >>