📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ
ຂ່າວການນຳແຂວງ

ກອງປະຊຸມ ຄະນະບໍລິຫານງານພັກແຂວງອຸດົມໄຊ ເປີດກ້ວາງ ຄັ້ງທີ 5 ສະໄໝທີ X

📅 12/06/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 404 ເທື່ອ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ອຸດົມໄຊ (ເປີດກວ້າງ) ຄັ້ງທີ 5 ສະໄໝທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 11 ມິຖຸນາ ນີ້, ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ. ເຂົ້າຮ່ວມມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ຕະຫຼອດຮອດແຂກເຊີນ.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ເພື່ອສະຫຼຸບຕີລາຄາການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານພັກແຂວງ ໃນຕະຫຼອດໄລຍະ 6 ເດືອນຕົ້ນປີ ຜ່ານມາ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026. ໃນໂອກາດກ່າວໄຂກອງປະຊຸມ ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ, ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ແມ່ນດຳເນີນໄປທ່າມກາງສະພາບການສາກົນ ແລະ ພາກພື້ນ ທີ່ມີການຜັນແປຢ່າງສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ. ສຳລັບພາຍໃນປະເທດ ກໍຄື ພາຍໃນແຂວງ ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄານ້ຳມັນເຊື້ອໄຟ ແລະ ລາຄາສິນຄ້າທີ່ສູງຂຶ້ນ. ແຕ່ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດ, ແຂວງອຸດົມໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ສັງຄົມມີຄວາມສະຫງົບໂດຍພື້ນຖານ. ທີ່ພົ້ນເດັ່ນໃນໄລຍະ 6 ເດືອນຜ່ານມາ, ຄະນະພັກແຂວງ ໄດ້ສຸມໃສ່ນຳພາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030); ພ້ອມທັງຜັນຂະຫຍາຍບັນດານິຕິກຳ ແລະ ຄຳສັ່ງທີ່ສຳຄັນຂອງສູນກາງພັກ ແລະ ລັດຖະບານ ຢ່າງເປັນຮູບປະທຳ. ຄຽງຄູ່ກັນນັ້ນ, ກໍໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິຜົນ; ສຸມໃສ່ນຳພາ-ຊີ້ນຳບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ຮັບຜົນສຳເລັດຕາມຄາດໝາຍ; ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການທ່ອງທ່ຽວ ຢ່າງຕັ້ງໜ້າ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ຮ່ວມກັນຄົ້ນຄວ້າ, ວິເຄາະ, ວິໄຈ ຢ່າງເລິກເຊິ່ງໃນ 3 ເນື້ອໃນຈຸດສຸມ ຄື: ຕີລາຄາຢ່າງກົງໄປກົງມາ ກ່ຽວກັບບົດບາດການນຳພາ-ຊີ້ນຳ ຂອງຄະນະພັກ ໃນ 6 ເດືອນຜ່ານມາ, ຊອກຫາດ້ານດີ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ກຳນົດທິດທາງ 6 ເດືອນທ້າຍປີ 2026, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ຄົ້ນຄວ້າມາດຕະການສົ່ງເສີມການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ການຜະລິດ, ການຮັບມືກັບໄພພິບັດ ແລະ ເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ຂອງສູນກາງພັກ ແລະ ລັດຖະບານ ວາງອອກ.

 

ພາບ-ຂ່າວ: ໄມພອນ ພົມມະຈັນ