📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Government Office

ສະຫາຍເລຂາພັກແຂວງ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ເມືອງງາ

📅 07/08/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 331 ເທື່ອ

 ວັນທີ 6 ສິງຫາ ນີ້ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານ ຄະນະກຳມະການ ປກຊ-ປກສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ເມືອງງາ ໂດຍມີ ສະຫາຍ ໂອທິບ ຟອງປະດິດ ເລຂາພັກເມືອງງາ ພ້ອມດ້ວຍການນຳເມືອງ ໃຫ້ການຕ້ອນຮັບ.


 ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຂອງ ສະຫາຍເລຂາພັກແຂວງ ເພື່ອຕິດຕາມ, ຊຸກຍູ້ ການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານຮອບດ້ານຢູ່ຂັ້ນຮາກ ຖານ ແນໃສ່ເຮັດໃຫ້ ວຽກງານແຕ່ລະດ້ານດຳເນີນໄປຖືກຕ້ອງ, ສອດຄ່ອງ ຕາມແນວນະໂຍບາຍລວມຂອງພັກ, ລະບຽບກົດຫມາຍຂອງລັດ, ມີປະສິດທິພາບ ແລະ ຜົນສຳເລັດຕາມແຜນການທີ່ໄດ້ກຳນົດໄວ້ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຂອງແຂວງ, ຂອງເມືອງ ແຜນພັດທະນາ ເສດຖະ ກິດ-ສັງຄົມ, ການປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງຮາກຖານການເມືອງ, ການສຶກ ສາອົບຮົບທາງດ້ານການເມືອງ-ແນວຄິດ, ການປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງ, ການສ້າງຕັ້ງ ແລະ ເຄື່ອນໄຫວ ວຽກງານຂັ້ນຕາແສງ, ການແບ່ງຄວາມຮັບຜິດຊອບຂອງການນຳເມືອງ, ການກຳນົດແບບແຜນ ແລະ ວິທີການເຮັດວຽກ, ການເຄື່ອນ ໄຫວວຽກງານ ປກຊ-ປກສ, ກໍ່ສ້າງຮາກຖານການເມືອງ.
  ໃນນີ້ ໄດ້ລົງເຮັດວຽກ ຮ່ວມກັບ ຄະນະປະຈຳພັກເມືອງ ທີ່ ຫ້ອງວ່າການປົກຄອງເມືອງງາ ເພື່ອຮັບຟັງການລາຍງານ  ສະພາບລວມ ແລະ ສະພາບອັນພົ້ນເດັ່ນ ຂອງເມືອງ ໃນໄລຍະ 7 ເດືອນຜ່ານມາ ແລະ ບາງຄຳຄິດ ຄຳເຫັນເພີ່ມເຕີມ ກ່ຽວກັບບັນ ດາຫນ້າວຽກ ທີ່ຍັງເປັນບັນຫາຄົງຄ້າງ. ຈາກນັ້ນ ໄດ້ສືບຕໍ່ເຄື່ອນໄຫວ ເຮັດວຽກ ຢູ່ ຕາແສງ ດອນແອ່ນ ໂດຍມີ ທ່ານ ນາງ ສອນພິມ ເຮືອງອຸດົມ ປະທານຄະນະກຳມະ ການປົກຄອງ ຕາແສງ ດອນແອ່ນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ພ້ອມທັງ ລາຍງານ ສະພາບ ໂດຍລວມ ໃນການຈັດຕັ້ງປະຕິບັດ ວຽກງານ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໂຄ່ງປະກອບທາງດ້ານບຸກຄະລາກອນ, ສຳນັກງານ, ຫ້ອງການເຮັດວຽກ, ງົບປະມານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.
  ໂອກາດດັ່ງກ່າວ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານ ປກຊ-ປກຊ ແຂວງ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ບາງດ້ານ ຕໍ່ການນຳເມືອງ ກໍຄື ຕາງແສງ ດອນແອ່ນ ໃຫ້ສືບຕໍ່ເພີ່ມທະວີ ຄວາມຮັບຜິດຊອບ ທາງດ້ານການເມືອງ, ປກຊ-ປກສ, ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ແກ້ໄຂ ພື້ນຖານໂຄງລ່າງ, ເຂົ້າຮ່ວມຂະບວນການແກ້ ໄຂຄວາມທຸກຍາກ, ກະກຽມ ທາງດ້ານການສຶກສາ ໃນການເປີດສົກຮຽນໃຫມ່, ແກ້ໄຂ ບັນຫາຜົນກະທົບຂອງ ປະຊາຊົນ ຈາກ ໂຄງການກໍ່ສ້າງເຄື່ອນໄຟຟ້າ ນ້ຳຂອງ, ການປັບປຸງກົງຈັກການຈັດຕັ້ງ, ແບບແຜນການເຄື່ອນໄຫວ ນຳພາ ແລະ ວິທີເຮັດວຽກ, ການລົງຮາກຖານການເມືອງ, ຍົກສູງບົດບາດຄວາມເປັນແບບຢ່າງນຳຫນ້າ, ຄວາມສາມັກຄີເປັນເອກະພາບ ພາຍໃນ ແລະ ອື່ນໆ. ສ່ວນ ບັນດາຄຳຄິດ ຄຳສະເຫນີຕ່າງໆ ຂອງເມືອງ ແລະ ຕາແສງ ດອນແອ່ນ ທາງການນຳແຂວງ ຈະນຳໄປຄົ້ນຄວ້າ ພິຈາ ລະນາ ແລະ ຊອກຫາແນວທາງໃນການປັບປຸງ ແກ້ໄຂ  ໃນຕໍ່ຫນ້າ ໃຫ້ທັນກັບສະພາບ ການ.

 

 

ພາບ - ຂ່າວ: ຄານມະນີ ຮຽນດໍຈັນ